leftcenterrightdel
ງານວາງສະແດງໄດ້ດຶງດູດນັກສຶກສາແຂວງກວາງຫງາຍ ມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ. ພາບ: ວັນຈຸງ

ງານວາງສະແດງ ໄດ້ແນະນຳຮູບພາບກ່ຽວກັບ ຮ່ວາງຊາ-ເຈື່ອງຊາ 110 ແຜ່ນ. ໃນນັ້ນ,  60 ແຜ່ນແມ່ນຂອງສະມາຊິກສະມາຄົມວັນນະຄະດີສິລະປະຂອງແຂວງກວາງຫງາຍ 3 ຄົນ; 30 ແຜ່ນແມ່ນຄະນະໂຄສະນາສຶກສາສູນກາງພັກສະໜອງໃຫ້ ເພື່ອໂຄສະນາກ່ຽວກັບອະທິປະໄຕໝູ່ເກາະຮວ່າງຊາ ຂອງຫວຽດນາມ ແລະ 20 ແຜ່ນແມ່ນຂອງກອງບັນຊາການທະຫານເຮືອເຂດ 3 ໄດ້ສ່ອງແສງໃຫ້ເຫັນຢ່າງຄົບຖ້ວນກ່ຽວກັບການຝຶກຊ້ອມ, ກຽມພ້ອມສູ້ຮົບ, ຕໍ່ສູ້ປົກປັກຮັກສາອະທິປະໄຕຢູ່ທະເລ, ໝູ່ເກາະ, ຄົ້ນຫາ, ກູ້ໄພ, ກູ້ຊີບ, ປະຕິບັດໂຄງການ “ທະຫານເຮືອຫວຽດນາມ ເປັນບ່ອນອີງໃຫ້ຊາວປະມົງເມື່ອອອກທະເລ”.

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານເຮືອເຂດ 3 ຍັງໄດ້ມອບໃບຍ້ອງຍໍໃຫ້ສະມາຊິກດີເດັ່ນຂອງສະມາຄົມວັນນະຄະດີສິລະປະຂອງແຂວງກວາງຫງາຍ 3 ຄົນ ທີ່ມີຮູບພາບມາວາງສະແດງຢູ່ໃນງານວາງສະແດງ.

ງານວາງສະແດງຈະດຳເນີນໄປຮອດວັນທີ 23 ສິງຫາຈຶ່ງອັດລົງ.

ໂດຍ: ຈາງຫງວຽນ