ກວາງນິງ ປິດງານມະໂຫລານວຽກງານສື່ມວນຊົນ ຄັ້ງທີ V
ກປ.ອອນໄລ - ວັນທີ 12 ສິງຫາ, ຢູ່ນະຄອນ ຮະລອງ, ສູນສື່ມວນຊົນແຂວງກວາງນິງ ໄດ້ດໍາເນີນພິທີປິດ ແລະມອບລາງວັນຂອງງານມະໂຫລານວຽກງານ ສື່ມວນຊົນ ຄັ້ງທີ V ປີ 2023.
    |
 |
ນັກຂຽນ, ກຸ່ມນັກຂຽນຍາດໄດ້ລາງວັນຂອງງານມະໂຫລານວຽກງານສື່ມວນຊົນ ຄັ້ງທີ V ປີ 2023. ພາບ: baoquangninh.vn |
ງານມະໂຫລານ ໄດ້ດໍາເນີນໃນລະຫວ່າງວັນທີ 9 - 12 ສິງຫາ, ມີການເຂົ້າຮ່ວມຂອງ 28 ໜ່ວຍງານໃນແຂວງ. ຄະນະຈັດຕັ້ງງານດັ່ງກ່າວໄດ້ຮັບຜົນງານດ້ານໂທລະພາບ, ວິທະຍຸ, ໜັງສືພິມລາຍວັນ ແລະໜັງສືພິມເອເລັກໂຕນິກ 200 ກວ່າຜົນງານ. ບັນດາຜົນງານເຫຼົ່ານັ້ນໄດ້ມີການລົງທຶນ, ປ່ຽນແປງໃໝ່, ການຄົ້ນຄວ້າຄັດເລືອກຫົວຂໍ້; ຕິດແທດກັບແຜນນະໂຍບາຍ, ການກຳນົດທິດ, ການຊີ້ນໍາ ແລະການປະຕິບັດຂອງແຂວງ, ກົມກອງ, ທ້ອງຖິ່ນຕ່າງໆ; ມີລັກສະນະສະຖານະການການເມືອງຕິດພັນກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະໄດ້ຮັບຄວາມສົນໃຈຈາກຫາງສຽງສັງຄົມ. ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ຜົນງານດີເດັ່ນ 72 ລາງວັນ, ລວມມີ: ລາງວັນທີໜຶ່ງ 15 ລາງວັນ, ລາງວັນທີສອງ 33 ລາງວັນ ແລະລາງວັນຊົມເຊີຍ 24 ລາງວັນ.
ໂດຍ: ໄຊນີດາ