ຄ້າຍພັກແລ້ງຮຸ່ງເວືອງ  ຄັ້ງທີ XVII ໄດ້ມີການເຂົ້າຮ່ວມຂອງ 17 ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາທີ່ຢູ່ໃນເຂດພູສູງ ແລະເຂດພູດອຍພາກເໜືອແມ່ນສະມາຊິກທາງການ ແລະ 3 ໂຮງຮຽນແມ່ນນັກສັງເກດການ. ນີ້ແມ່ນສະໜາມເພື່ອໃຫ້ບັນດາໂຮງຮຽນໄດ້ພົບປະແລກປ່ຽນ, ແບ່ງປັນ ແລະຖອດຖອນບົດຮຽນປະສົບການດ້ານການບໍລິຫານ, ຄຸ້ມຄອງ, ການສິດສອນ, ບໍາລຸງນັກຮຽນເກັ່ງລະດັບຊາດ ແລະສາກົນ. ຄູອາຈານ ແລະນັກຮຽນທີ່ເຂົ້າຮ່ວມຄ້າຍພັກແລ້ງໄດ້ຍົກລະດັບຄວາມຮູ້, ເຂົ້າຮ່ວມການລະຫຼິ້ນ, ເຂົ້າຮ່ວມການສ້າງກິດຈະກໍານອກຫຼັກສູດ ແລະຄົ້ນຫາ.

leftcenterrightdel
ຄະນະຈັດຕັ້ງມອບຫຼຽນຄໍາໃຫ້ນັກຮຽນທີ່ຍາດໄດ້ລາງວັນນັກຮຽນເກັ່ງ. ພາບ: giaoducthudo.giaoducthoidai.vn

ບັນດາເຂດປູຊະນີຍະສະຖານ, ທັດສະນີຍະພາບ, ພາບພົດອັນສວຍງາມຂອງເຂດດິນແດນ ແລະປະຊາຊົນແຂວງຫວິງຟຸກ ໄດ້ແຜ່ຂະຫຍາຍໄປເຖິງທ້ອງຖິ່ນທີ່ມີຄະນະຜູ້ແທນເຂົ້າຮ່ວມຄ້າຍພັກແລ້ງ. ສິ້ນສຸດຄ້າຍພັກແລ້ງ, ຄະນະຈັດຕັ້ງໄດ້ມອບຫຼຽນປະເພດຕ່າງໆ 971 ຫຼຽນ ໃຫ້ນັກຮຽນທີ່ຍາດໄດ້ລາງວັນໃນການເສັງນັກຮຽນເກັ່ງຫ້ອງ ມໍ 5  ແລະຫ້ອງປໍ 1.

ໂດຍ: ທະນາພອນ