ທີ່ຊີເກມ ຄັ້ງທີ 32 ພວມດໍາເນີນຢູ່ກຳປູເຈຍ, ຕອນບ່າຍວັນທີ 13 ພຶດສະພາ, ຫວຽດນາມ ຍາດໄດ້ເຕີ່ມ 5 ຫຼຽນຄຳ. ນັກກິລາຍົກນ້ຳໜັກ ລາຍຢາແທ່ງ ຍາດໄດ້ຫຼຽນຄຳໃນລຸ້ນນ້ຳໜັກ 55 ກິໂລກຼາມ ຊາຍ. ນັກກິລາ ບຸ່ຍທິອຽນ, ຫງວຽນທິເຮືອງ, ຫງວຽນຮົ່ງຖາຍ, ໂຮທີເນ, ມາທິເທືອງ, ຢ້ຽບທິເຮືອງ ຍາດໄດ້ຫຼຽນຄຳໃນການແຂ່ງຂັນເຮືອ 250 ແມັດເພດຍິງ 3 ຄົນ. ໃນການແຂ່ງຂັນໝາກຮຸກ ນັກກິລາ ລ້າຍຫຼີຮວີງ ກໍ່ຍາດໄດ້ຫຼຽນຄຳ. ໃນການແຂ່ງຂັນ judo, ນັກມວຍ ຕະດຶກຮຸຍ ແລະ ຫງວຽນເກື່ອງທິ້ງ ຍາດໄດ້ຫຼຽນຄໍາໃນລາຍການມວຍປ້ອງກັນຕົວ (Kime No Kata). ນັກກິລາ ບຸ່ຍເຟືອງຕຸ່ງ (Boxing) ກໍ່ຍາດໄດ້ຫຼຽນຄໍາ.

leftcenterrightdel
ລາຍຢາແທ່ງ ຮັບຫຼຽນຄໍາໃນລຸ້ນນ້ຳໜັກ 55 ກິໂລກຼາມ ຊາຍ. ພາບ: ເຢືອງທວດ

ຮອດເວລາ 16 ໂມງຂອງວັນທີ 13 ພຶດສະພາ, ຄະນະກິລາຫວຽດນາມ ຍາດໄດ້ 79 ຫຼຽນຄຳ, ສືບຕໍ່ນຳໜ້າທົ່ວຄະນະໃນຕາຕະລາງຈັດສະຖິຕິຫຼຽນທີ່ຊີເກມ ຄັ້ງທີ 32, ອັນດັບທີ 2 ແລະ 3 ເປັນຂອງໄທ (70 ຫຼຽນຄຳ) ແລະ ກຳປູເຈຍ (58 ຫຼຽນຄຳ).

ໂດຍ: ຈາງຫງວຽນ