leftcenterrightdel
ທ່ານນາງ ປອ ໂງເຟືອງລານ ປະທານສະມາຄົມສົ່ງເສີມການພັດທະນາຮູບເງົາຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ:  baochinhphu.vn

ຄວາມຄິດເຫັນຂອງບັນດາຜູ້ແທນວາງອອກໃນກອງປະຊຸມສໍາມະນາສຸມໃສ່ເຂົ້າໃນບັນດາບັນຫາ: ນະໂຍບາຍຊຸກຍູ້ການພັດທະນາຜະລິດຮູບເງົາ; ນະໂຍບາຍຮ່ວມມືສາກົນໃນການໂຄສະນາ ແລະຮ່ວມມືຜະລິດຮູບເງົາ; ສົ່ງເສີມກ່ຽວກັບນະໂຍບາຍ, ມາດຕະການຊຸກຍູ້ຂໍ້ລິເລີ່ມ ແລະພັດທະນາເຄື່ອງໝາຍການຄ້າຮູບເງົາປະເທດຊາດ. ບັນດາຜູ້ແທນໄດ້ປະກອບບັນດາມາດຕະການທີ່ລະອຽດ, ແທດຈິງເພື່ອແນໃສ່ຍົກສູງກໍາລັງຄວາມສາມາດ ແລະຫຼໍ່ລ້ຽງຄວາມເກັ່ງກ້າສາມາດດ້ານຮູບເງົາ, ແຈກຈ່າຍຮູບເງົາໄປຍັງຕ່າງປະເທດ ແລະໃນພື້ນຖານດີຈີຕອນ... ເພື່ອໃຫ້ບັນດານັກຄຸ້ມຄອງ, ນັກຜະລິດຮູບເງົາຫວຽດນາມ ແລະອາຊີຕາເວັນອອກສ່ຽງໃຕ້ສ້າງພື້ນຖານອຸດສາຫະກໍາຮູບເງົາຢູ່ແຕ່ລະປະເທດ ແລະພ້ອມກັນສ້າງການພັດທະນາລວມຂອງຮູບເງົາໃນພາກພື້ນ.

ໂດຍ: ຈາງຫງວຽນ