ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາປາຣີ (27 ມັງກອນ 1973 - 27 ມັງກອນ 2023), ວັນທີ 17 ມັງກອນ, ສະມາຄົມປະຫວັດສາດນະຄອນ Verrieres le Buisson ໄດ້ຈັດງານວາງສະແດງ, ພາບຖ່າຍເອກະສານ ແລະບັນດາບົດຂຽນທີ່ກ່ຽວຂ້ອງເຖິງສົງຄາມຢູ່ ຫວຽດນາມ.

leftcenterrightdel
ຄາດວ່າ ງານວາງສະແດງຈະເປີດປະຕູໄປຮອດທ້າຍເດືອນມັງກອນ ຈຶ່ງອັດລົງ. ພາບ: ສໍານັກຂ່າວສານຫວຽດນາມ

ມີປ້າຍໂຄສະນາໃຫຍ່ 20 ແຜ່ນ ທີ່ປະດ້ວຍພາບຖ່າຍເອກະສານກ່ຽວກັບສົງຄາມ ຫວຽດນາມ ແລະສັນຍາສັນຕິພາບປາຣີ ໄດ້ຕັ້ງຢູ່ສຳນັກງານປົກຄອງນະຄອນ Verrieres le Buisson, ຢູ່ຊານນະຄອນ ປາຣີ. ງານວາງສະແດງໄດ້ແນະນຳໃຫ້ແຂກມາຊົມບັນດາເອກະສານລ້ຳຄ່າ, ຄັດສະເໜີບົດຂຽນໃນໜັງສືພິມນັບຮ້ອຍສະບັບຂອງ ຝລັ່ງ ແລະ ສາກົນຂອງຜູ້ຂຽນຫຼາຍຄົນ. ທ່ານ Christian Gautier, ໜຶ່ງໃນບັນດາຜູ້ຂຽນປຶ້ມໃຫ້ຮູ້ວ່າ ປີນີ້ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງເຫດການສຳຄັນຍິ່ງນີ້, ສະມາຄົມປະຫວັດສາດ Verrieres le Buisson ໄດ້ພິມຈຳໜ່າຍ ປຶ້ມຄືນໃໝ່, ໃນນັ້ນໄດ້ເພີ່ມເຕີ່ມເອກະສານຫຼາຍຢ່າງກ່ຽວກັບການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສັນຍາ ປາຣີ ແລະ ພິທີຕັ້ງປ້າຍປູຊະນີຍະສະຖານຢູ່ເຮືອນເລກທີ 17 ຖະໜົນ Cambaceres ໃນປີ 2013. ຄາດວ່າ, ງານວາງສະແດງຈະເປີດປະຕູໄປຮອດທ້າຍເດືອນ ມັງກອນ ຈຶ່ງອັດລົງ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ