leftcenterrightdel
ລາຍການສະແດງສິລະປະໃນລາຍການ “ພົບປະແລກປ່ຽນວັດທະນະທໍາ ຫວຽດນາມ-ສ.ເກົາຫຼີ”. ພາບ: dangcongsan.vn

ລາຍການລວມມີບັນດາການເຄື່ອນໄຫວ: ພົບປະແລກປ່ຽນວັດທະນະທໍາ ຫວຽດນາມ-ສ.ເກົາຫຼີ, talk show ກ່ຽວກັບຫົວຂໍ້ວັດທະນະທໍາ ຫວຽດນາມ-ສ.ເກົາຫຼີ, ສາຍບັນດາສາລະຄະດີຕອບສະໜອງ “ວັນເຊີດຊູພາສາຫວຽດນາມ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ”, ສະແດງເສື້ອຍາວຫວຽດນາມ, ໂສ້ງເສື້ອທີ່ເປັນມູນເຊື້ອ ສ.ເກົາຫຼີ ແລະໂສ້ງເສື້ອພຸດທະສາສະໜາຫວຽດນາມ, ເຊີດຊູບັນດາບຸກຄົນ, ອົງການຈັດຕັ້ງທີ່ມີການປະກອບຫຼາຍຢ່າງໃຫ້ຊຸມຊົນ ແລະສັງຄົມ... ນີ້ແມ່ນບັນດາການເຄື່ອນໄຫວທີ່ມີຄວາມໝາຍມະນຸດຊາດຢ່າງເລິກເຊິ່ງ, ປະກອບສ່ວນແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມຂອງວັດທະນະທໍາຫວຽດນາມ ແລະ ສ.ເກົາຫຼີ, ຜ່ານນັ້ນ ຊຸກຍູ້ການຮ່ວມມືດ້ານວັດທະນະທໍາ, ເສດຖະກິດ ແລະການເມືອງຂອງສອງປະເທດໃຫ້ນັບມື້ນັບພັດທະນາ.

ໂດຍ: ຈາງຫງວຽນ