ນະຄອນໂຮ່ຈີມິນ ເຊື່ອມໂຍງ ແລະພັດທະນາ: ພັດທະນາສູນ logistics ລະດັບສາກົນ
ກປ.ອອນໄລ - ດ້ວຍການກຳນົດທິດບຸກທະລຸກ່ຽວກັບການເຕີບໂຕ, ຍົກສູງທີ່ຕັ້ງ ແລະບົດບາດຂອງນະຄອນໂຮ່ຈີມິນ ເປັນຫົວຈັກເສດຖະກິດຂອງທົ່ວປະເທດ ແລະພາກພື້ນອາຊີຕາເວັນອອກສ່ຽງໃຕ້, ນະຄອນໂຮ່ຈີມິນ ໄດ້ວາງແຜນຜັງພັດທະນາ, ຜັນຂະຫຍາຍຫຼາຍມາດຕະການເພື່ອກໍ່ສ້າງນະຄອນໃຫ້ກາຍເປັນສູນ logistics.
ນະຄອນວາງອອກເປົ້າໝາຍພັດທະນາ logistics ໃຫ້ກາຍເປັນຂະແໜງທີ່ມີທີ່ຕັ້ງ, ບົດບາດສຳຄັນໃນພື້ນຖານເສດຖະກິດນະຄອນໂຮ່ຈີມິນ ຮອດປີ 2030 ບົນພື້ນຖານໝູນໃຊ້ກາລະໂອກາດຢ່າງສຸດຂີດ, ໄປຕັດໜ້າບັນດາລະບົບຕ່ອງໂສ້ການສະໜອງທົ່ວໂລກ; ຊຸກຍູ້ການສ້າງລະບົບຕ່ອງໂສ້ການສະໜອງສີຂຽວ, ທັນສະໄໝ; ເຂົ້າຮ່ວມຢ່າງເລິກເຊິ່ງໃນລະບົບຕ່ອງໂສ້ການສະໜອງທົ່ວໂລກເທື່ອລະກ້າວ, ຕອບສະໜອງຄວາມຕ້ອງການຂອງການເຊື່ອມໂຍງເສດຖະກິດສາກົນ, ພັດທະນາເຄືອຂ່າຍເຊື່ອມຕໍ່; ສູ້ຊົນນໍານະຄອນໂຮ່ຈີມິນ ໃຫ້ກາຍເປັນສູນສະໜອງບໍລິການ logistics ລະດັບພາກພື້ນອາຊີຕາເວັນອອກສ່ຽງໃຕ້. ວິໄສທັດຮອດປີ 2045 ແມ່ນພັດທະນາ logistics ໃຫ້ເປັນຂະແໜງເສດຖະກິດປາຍແຫຼມ, ຍືນຍົງ, ມີປະສິດທິຜົນ, ຄຸນນະພາບສູງ ແລະມູນຄ່າເພີ່ມສູງຂອງນະຄອນໂຮ່ຈີມິນ, ມີຄວາມສາມາດແຂ່ງຂັນຢູ່ພາກພື້ນ ແລະໃນໂລກ.
    |
 |
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ |
ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ເພື່ອກໍ່ສ້າງນະຄອນໂຮ່ຈີມິນ ໃຫ້ກາຍເປັນສູນ logistics ຮຽກຮ້ອງຕ້ອງຕິດພັນການພັດທະນາສູນບໍລິການ , ການຜະລິດທີ່ມີຂະໜາດລະດັບພາກພື້ນກັບບັນດາຂະແໜງການຜະລິດສຳຄັນທີ່ມີມູນຄ່າເພີ່ມສູງ, ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງສາກົນ...
ສະນັ້ນ, ນະຄອນຈຶ່ງຕ້ອງປະຕິບັດບັນດາມາດຕະການຢ່າງຂ້ຽວຂາດ ເພື່ອຊຸກຍູ້ການເຕີບໂຕໃຫ້ບຸກທະລຸ, ເປັນຕົ້ນແມ່ນຍູ້ແຮງການຜະລິດອຸດສາຫະກຳ, ສົ່ງເສີມການຄ້າສາກົນ, ດຶງດູດເງິນລົງທຶນ FDI, ພັດທະນາສູນວາງສະແດງສາກົນ… ບົນພື້ນຖານນັ້ນ, ນະຄອນພັດທະນາພື້ນຖານໂຄງລ່າງ logistics ຂະໜາດໃຫຍ່, ຕິດພັນກັບການຄຸ້ມຄອງ, ການບໍລິການທີ່ໄດ້ມາດຕະຖານສາກົນ, ໄປຄຽງຄູ່ກັບການຂຸດຄົ້ນຢ່າງມີປະສິດທິຜົນ, ເຮັດໃຫ້ logistics ກາຍເປັນການບໍລິການປາຍແຫຼມ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເຕີບໂຕ, ຍົກສູງທີ່ຕັ້ງ, ບົດບາດເສດຖະກິດຂອງນະຄອນສໍາລັບການເຕີບໂຕຂອງທົ່ວປະເທດ ແລະພາກພື້ນ.
ໂດຍ: ຈາງຫງວຽນ