ແຜນນະໂຍບາຍຖືກຕ້ອງ, ຮູບແບບທີ່ດີ

ໃນເຂດຊາຍແດນທາງບົກຂອງແຂວງເງະອານ ຕິດຈອດກັບແຂວງຊຽງຂວາງ, ບໍລິຄຳໄຊ ແລະຫົວພັນ, ສອງຟາກຊາຍແດນສ່ວນຫຼາຍແມ່ນພໍ່ແມ່ປະຊາຊົນຊາວເຜົ່າສ່ວນນ້ອຍ, ມີການພົວພັນສະໜິດຕິດພັນ. ຍ້ອນມີບັນດາແຜນນະໂຍບາຍໃຫຍ່ຂອງພັກ, ລັດ, ອຳນາດການປົກຄອງທ້ອງຖິ່ນ, ການຮ່ວມແຮງຮ່ວມໃຈຂອງກຳລັງກ່ຽວຂ້ອງ, ເຂດຊາຍແດນພວມມີການປ່ຽນແປງຢ່າງຈະແຈ້ງ. ເຖິງຢ່າງໃດກໍ່ຕາມ, ຍ້ອນເງື່ອນໄຂອາກາດຮ້າຍແຮງ, ພື້ນຖານໂຄງລ່າງຍັງອ່ອນດ້ອຍ, ລະດັບຄວາມຮູ້ຂອງປະຊາຊົນບໍ່ສະໝ່ຳສະເໝີບັນດາເຜົ່າ.  ສະນັ້ນຊີວິດການເປັນຢູ່ຂອງປະຊາຊົນຊາວເຜົ່າສ່ວນນ້ອຍຍັງຕ່ຳຢູ່ເມື່ອທຽບໃສ່ເຂດອື່ນໃນແຂວງ. ຄຽງຂ້າງນັ້ນ, ການເຄື່ອນໄຫວຂອງອາດຊະຍາກຳປະເພດຕ່າງໆ, ການເຂົ້າ-ອອກເມືອງຜິດກົດໝາຍຜ່ານຊາຍແດນກໍ່ມີການຜັນແປຢ່າງສັບສົນ. ບັນດາປັດໄຈດັ່ງກ່າວແມ່ນສິ່ງທ້າທາຍຫຼາຍຢ່າງໃຫ້ກອງບັນຊາການທະຫານຊາຍແດນແຂວງເງະອານ ໃນການຜັນຂະຫຍາຍການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕ, ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ, ປົກປັກຮັກສາຄວາມໝັ້ງຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິເວນ.

leftcenterrightdel
ພະນັກງານຄ້າຍທະຫານຊາຍແດນດ່ານສາກົນນໍ້າກັ໊ນ ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນທ້ອງຖິ່ນ. ພາບ: ຫວຽດລາມ.

ຈາກສະພາບຕົວຈິງ, ຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ວາງອອກຫຼາຍແຜນນະໂຍບາຍ, ມາດຕະການຕັດສິນໃຈປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີໄຊ, ໃນນັ້ນເອົາໃຈໃສ່ວຽກງານຂົນຂວາຍປະຊາຊົນຢູ່ເຂດຊາຍແດນ. ປະຕິບັດທິດນຳ "ຄຳເວົ້າຕ້ອງໄປຄຽງຄູ່ກັບການກະທຳ", ກ່ອນນີ້ຫຼາຍປີ, ທະຫານຊາຍແດນແຂວງເງະອານ ໄດ້ເປັນເສນາທິການ, ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນປະຕິບັດບັນດາແຜນນະໂຍບາຍໃຫຍ່, ຄື: ຈັດສົ່ງເພີ່ມທະວີພະນັກງານຊາຍແດນໃຫ້ຕາແສງ, ດຳລົງຕຳແໜ່ງເລຂາ, ຮອງເລຂາພັກຢູ່ບັນດາຕາແສງຕິດກັບຊາຍແດນ; ແນະນຳພະນັກງານຄ້າຍທະຫານຊານແດນອອກສະໝັກເລືອກຕັ້ງເຂົ້າໃນສະພາປະຊາຊົນຂັ້ນເມືອງ, ຕາແສງ. ປະຈຸບັນ, ທະຫານຊາຍແດນແຂວງເງະອານ ໄດ້ຈັດສົ່ງພະນັກງານຈຳນວນ 27 ຄົນ ລົງເຮັດວຽກຢູ່ຕາແສງຊາຍແດນ; ສະມາຊິກພັກ 84 ຄົນ ດຳເນີນຊີວິດພັກ ຊົ່ວຄາວຢູ່ບັນດາບ້ານດ້ອຍພັດທະນາ, ບໍລິເວນສັບສົນ; ສະມາຊິກພັກ 522 ຄົນຮັບຜິດຊອບ 2.387  ຄອບຄົວຢູ່ເຂດຊາຍແດນ. ໃນຖານະຕໍາແໜ່ງແຕກຕ່າງກັນ, ພະນັກງານທະຫານຊາຍແດນໄດ້ໃກ້ຊິດຕິດແທດກັບບໍລິເວນ, ໜູນຊ່ວຍອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຮັກສາຄວາມໝັ້ນທ່ຽງດ້ານການເມືອງ, ການດຳລົງຊີວິດໃຫ້ເປັນປົກກະຕິ.

ພ້ອມກັບແຜນນະໂຍບາຍລວມ, ບັນດາຄ້າຍທະຫານຊາຍແດນລ້ວນແຕ່ໃກ້ຊິດຕິດແທດສະພາບຕົວຈິງຂອງບໍລິເວນ, ສ້າງບັນດາຮູບແບບໜູນຊ່ວຍຮູບແບບຫາເງິນລ້ຽງຊີບ, ສົມທົບກັບວຽກງານຂົນຂວາຍປະຊາຊົນຢ່າງມີປະສິດທິຜົນ. ທ່ານພັນໂທ ຮວ່າງເທ໊ຕ່າຍ, ຫົວໜ້າການເມືອງຄ້າຍທະຫານຊາຍແດນ ໝີລີ ໃຫ້ຮູ້ວ່າ "ກຸ່ມເຮືອນສົງເຄາະ" ດຶງດູດປະຊາຊົນທຸກຊັ້ນວັນນະເປັນຈຳນວນຫຼວງຫຼາຍມາເອົາເຄື່ອງໃຊ້ໃນເຮືອນ, ເຂົ້າຮ່ວມການຮ່ຳຮຽນ, ອຳນວຍຄວາມສະດວກເພື່ອໃຫ້ພະນັກງານ, ນັກຮົບກົມກອງປະຕິບັດວຽກງານໂຄສະນາແຜນນະໂຍບາຍ, ກົດໝາຍຂອງລັດຢ່າງມີປະສິດທິຜົນ". ສ່ວນຢູ່ຄ້າຍທະຫານຊາຍແດນຕາມກວາງ ໄດ້ສ້າງຕັ້ງ "ໜ່ວຍນາຍຊ່າງນຸ່ງເສື້ອທະຫານ", ພ້ອມກັບໜ້າທີ່ປົກກະຕິ, ບັນດາພົນທະຫານນີ້ຈະໄດ້ຮັບຄຳສັ່ງເຄື່ອນຍ້າຍຈາກການນຳກົມກອງເພື່ອຜັນຂະຫຍາຍວຽກງານຊ່ວຍເຫຼືອປະຊາຊົນເມື່ອມີຄວາມຈຳເປັນ. ໃນວິວັດແຫ່ງການໃກ້ຊິດຕິດແທດກັບບໍລິເວນ, ພະນັກງານ, ນັກຮົບຈະສົມທົບກັນກຳແໜ້ນສະພາບການ, ຜັນຂະຫຍາຍວຽກງານໂຄສະນາເຜີຍແຜ່, ຂົນຂວາຍມະຫາຊົນ. ພາຍຫຼັງ 4 ປີແຫ່ງການສ້າງຕັ້ງ, ໜ່ວຍນາຍຊ່າງຂອງຄ້າຍທະຫານຊາຍແດນຕາມກວາງ ໄດ້ກໍ່ສ້າງສຳເລັດ 10 ກິດຈະການ, ລວມມີເຮືອນສຳລັບຄອບຄົວປະສົບກັບຄວາມຫຍຸ້ງຍາກ, ຫ້ອງຮຽນຢູ່ບັນດາໂຮງຮຽນໃນບໍລິເວນ ແລະດຳເນີນການ ກໍ່ສ້າງເສັ້ນທາງຄົມມະນາຄົມຊົນນະບົດແບບຖາວອນ.

ທະຫານ "ປາກເວົ້າມືເຮັດ"

ຍ້ອນມີບັນດານະໂຍບາຍບຸລິມະສິດຂອງພັກ, ລັດ, ການເຂົ້າຮ່ວມຂອງອຳນາດການປົກຄອງທ້ອງຖິ່ນ, ກຳລັງກ່ຽວຂ້ອງ, ໃນນັ້ນມີທະຫານຊາຍແດນແຂວງເງະອານ, ຫຼາຍບ້ານຊາຍແດນພວມເຕີບໂຕຢ່າງຈະແຈ້ງ . ໃນຫຼາຍປີກ່ອນ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຊາວເຜົ່າມົງ ຢູ່ບ້າຍຊາຍແດນຫ້ວຍເຊິນ, ຕາແສງຕາມເຫີບ, ເມືອງເຕືອງເຢືອງ, ແຂວງເງະອານ ປະສົບກັບຄວາມຫຍຸ້ງຍາກຫຼາຍ; ຄຽງຄູ່ກັນນັ້ນ, ສະພາບການຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍເຕັມໄປດ້ວຍຫຼາຍປັດໄຈສັບສົນ. ຕໍ່ໜ້າສະພາບການດັ່ງກ່າວ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ລະດົມແຫຼ່ງກຳລັງຂອງສັງຄົມ, ຈັດສົ່ງພະນັກງານ, ນັກຮົບຫຼາຍຮ້ອຍເທື່ອຄົນມາຊ່ວຍເຫຼືອ 37 ຄອບຄົວໃນບ້ານກໍ່ສ້າງເຮືອນຖາວອນ, ເປີດທາງ.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນທົງທູ້ ແລະປະຊາຊົນທ້ອງຖິ່ນດຳເນີນການລາດຕະເວນປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນ. ພາບ: ເລແທັກ.

ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນດານລາຍ ຢູ່ສອງບ້ານກໍ່ຟາດ ແລະບຸງ, ຕາແສງໂມນເຊີນ, ເມືອງກອນກວງ ໄດ້ຮັບການປ່ຽນແປງຄືໃນປະຈຸບັນຍ້ອນມີການປະກອບກຳລັງເຫື່ອແຮງຂອງພະນັກງານ, ນັກຮົບທະຫານຊາຍແດນແຂວງເງະອານຮຸ່ນຕ່າງໆ. ເພາະວ່າກວ່າ 20 ປີກ່ອນ, ບັນດາທະຫານຊາຍແດນໄດ້ມາ "ຕັ້ງທັບ" ຢູ່ບ້ານຂອງຊາວເຜົ່າດານລາຍ, ຂົນຂວາຍປະຊາຊົນບຸກເບີກທີ່ດິນ, ປູກເຂົ້ານາທາມ. ທະຫານຊາຍແດນຍັງນຳເອົາເບ້ຍໄມ້, ແນວພັນສັດມາປູກ, ລ້ຽງ, ແນະນຳປະຊາຊົນວິທີລ້ຽງສັດ, ປູກຝັງຢ່າງມີປະສິດທິຜົນ. ເມື່ອປະຊາຊົນໄວ້ເນື້ອເຊື່ອໃຈ, ທະຫານຊາຍແດນສືບຕໍ່ຂົນຂວາຍປະຊາຊົນລົບລ້າງປະເພນີລ້າຫຼັງ. ປະຈຸບັນຊີວິດການເປັນຢູ່ຂອງປະຊາຊົນດານລາຍ ໄດ້ຮັບການປົວແປງຢ່າງເຫັນໄດ້ຊັດ, ເຊື່ອມຕົວກັບປະຊາຄົມບັນດາເຜົ່າໃນເຂດ.

ທ່ານ ຟານແທັງດວ່າຍ, ຮອງຫົວໜ້າພະແນກຂົນຂວາຍປະຊາຊົນແຂວງເງະອານ ໃຫ້ຮູ້ວ່າ: "ໃນຊຸມປີຜ່ານມາ, ຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ຜັນຂະຫຍາຍການໂຄສະນາ, ຂົນຂວາຍ, ສຶກສາເພື່ອໃຫ້ພະນັກງານ, ນັກຮົບຮັບຮູ້ແຈ້ງກ່ຽວກັບຖານະ, ບົດບາດ, ຄວາມສຳຄັນຂອງວຽກງານຂົນຂວາຍປະຊາຊົນ. ຈາກນັ້ນ, ພະນັກງານ, ນັກຮົບບັນດາກົມກອງໄດ້ເສີມຂະຫຍາຍຈິດໃຈຮັບຜິດຊອບ, ມີຫຼາຍວິທີເຮັດວຽກທີ່ດີ, ປະດິດສ້າງ, ມີປະສິດທິຜົນ ເພື່ອໂຄສະນາ, ຂົນຂວາຍປະຊາຊົນທຸກຊັ້ນວັນນະປະຕິບັດແຜນນະ ໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ. ຜ່ານນັ້ນ, ສາຍພົວພັນລະຫວ່າງທະຫານ ແລະປະຊາຊົນຍິ່ງສະໜິດແໜ້ນ, ເສີມຂະຫຍາຍກຳລັງແຮງສັງລວມ ເພື່ອປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ, ຊາຍແດນ, ຜືນແຜ່ນດິນຂອງປະເທດຊາດ".

ໂດຍ: ແສງເດືອນ