ສູ້ຊົນນຳວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະບຣາຊິນ ໃຫ້ບັນລຸ 10 ຕື້ USD ໃນປີ 2025
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ, ຕອນເຊົ້າວັນທີ 24 ກັນຍາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມສົນທະນາກັບບັນດາວິສາຫະກິດ ບຣາຊິນ ເພື່ອແລກປ່ຽນກ່ຽວກັບກາລະໂອກາດຮ່ວມມືລົງທຶນ, ເຊື່ອມຕໍ່ການດໍາເນີນທຸລະກິດ ແລະພ້ອມກັນສ້າງຄຸນຄ່າ ແລະກຳລັງໜູນເຕີບໂຕໃໝ່ ເພື່ອຊຸກຍູ້ ແລະຍົກລະດັບການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະບຣາຊິນ ນັບທັງຄຸນນະພາບ ແລະເຂົ້າສູ່ລວງເລິກໃນໄລຍະຈະມາເຖິງ.
ທ່ານ ຟ້າມມິງຈິ໊ງ ຖືວ່າ ສອງປະເທດຄວນສົ່ງເສີມ ແລະຊຸກຍູ້ການການລົງທຶນ ແລະການຄ້າສອງສົ້ນ, ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນວິສາຫະກິດໄປສຶກສາສໍາຫຼວດຕະຫຼາດ, ກາລະໂອກາດລົງທຶນ ແລະການເຊື່ອມຕໍ່ດໍາເນີນທຸລະກິດ ເພື່ອຍົກລະດັບການພົວພັນດ້ານການຄ້າ-ການລົງທຶນ ໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງສອງປະເທດ. ທ່ານຟ້າມມິງຈິ໊ງ ປາດຖະໜາວ່າ ວິສາຫະກິດຫວຽດນາມ ແລະບຣາຊິນ ຈະເຊື່ອມຕໍ່ການຮ່ວມມືເພື່ອສ້າງຕ່ອງໂສ້ຄຸນຄ່າ, ການເຊື່ອມຕໍ່ລະຫວ່າງສອງປະເທດ ແລະກັບຕະຫຼາດທົ່ວໂລກ. ລັດຖະບານຫວຽດນາມໃຫ້ຄຳໝັ້ນສັນຍາວ່າ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນບຣາຊິນ ເຂົ້າມາລົງທຶນປະສົບຜົນສຳເລັດ, ຍືນຍົງ ແລະຍາວນານຢູ່ຫວຽດນາມ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການໂອ້ລົມສົນທະນາ, ບັນດາກຸ່ມບໍລິສັດ, ວິສາຫະກິດຂະໜາດໃຫຍ່ ແລະຜູ້ຕາງໜ້າສະມາຄົມວິສາຫະກິດ ບຣາຊິນ ໄດ້ສະແດງຄວາມປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນຫຼາຍຂົງເຂດ, ພິເສດແມ່ນຂົງເຂດກະສິກຳ, ປຸງແຕ່ງທັນຍາຫານ, ພະລັງງານທົດແທນ ແລະການບິນອາວະກາດ.
ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ພ້ອມກັບບຣາຊິນ ຕັ້ງໜ້າເຈລະຈາບັນດາສັນຍາການຄ້າເສລີ, ປົກປ້ອງການລົງທຶນ, ຫຼີກລ້ຽງການເກັບພາສີຊ້ອນ... ເພື່ອສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຮ່ວມມື ແລະພັດທະນາ. ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 10 ຕື້ USD ໃນປີ 2025, ບັນລຸ 15-20 ຕື້ USD ໃນປີ 2030 ຕາມທິດສົມດູນກວ່າ.
ໂດຍ: ທູຈາງ