ນີ້ແມ່ນກິດຈະກຳສັງກັດໂຄງການຊຸກຍູ້ການປະຕິຮູບ  ແລະຍົກສູງກໍາລັງຄວາມສາມາດດ້ານເຊື່ອມຕໍ່ຂອງວິສາຫະກິດຂະໜາດນ້ອຍ ແລະກາງ (LinkSME) ແລະບັນດາກິດຈະກຳເສດຖະກິດດີຈີຕອນໃນຂອບເຂດການເຊື່ອມຕໍ່ລະຫວ່າງສະຫະລັດອາເມລິກາ-ອາຊຽນ. ກອງປະຊຸມສໍາມະນາມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ຄົນທີ່ມາຈາກບັນດາກະຊວງ, ຂະແໜງການ, ອົງການແຫ່ງລັດ, ສະຫະພັນວິສາຫະກິດ, ປະຊາຄົມວິສາຫະກິດ. ເຫດການດັ່ງກ່າວກໍ່ໄດ້ຖ່າຍທອດທາງອິນເຕີເນັດ, ເຊິ່ງແປເປັນພາສາໄທ ແລະອິນໂດເນເຊຍ ເພື່ອແນໃສ່ແບ່ງປັນຂໍ້ມູນເຖິງບັນດາວິສາຫະກິດຂະໜາດນ້ອຍ ແລະກາງຢູ່ພາກພື້ນອາຊຽນ.

leftcenterrightdel
ພາບປະກອບ: vov.vn.

ກອງປະຊຸມສໍາມະນາໄດ້ຈັດຂຶ້ນເພື່ອໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະກາງ ພັດທະນາເຄື່ອງໝາຍການຄ້າ ແລະຊັບສິນດິຈີຕອນ, ຮັບຮູ້ກາລະໂອກາດ ແລະສິ່ງທ້າທາຍໃນພື້ນຖານເສດຖະກິດດີຈີຕອນ, ຊອກຫາຕົ້ນກໍາເນີດຜະລິດຕະພັນ ເພື່ອເຂົ້າຮ່ວມແບບຍືນຍົງໃນລະບົບມູນຄ່າພາກພື້ນ ແລະທົ່ວໂລກ. ຜ່ານນັ້ນ, ໂຄງການ LinkSME ຈະຄັດເລືອກ ແລະເລືອກເອົາວິສາຫະກິດຂະໜາດນ້ອຍ ແລະກາງ ເພື່ອຜັນຂະຫຍາຍບັນດາກິດຈະກຳໜູນຊ່ວຍດ້ານເຕັກນິກກໍ່ສ້າງ ແລະກໍານົດເຄື່ອງໝາຍການຄ້າ, ຊອກຫາຕົ້ນກໍາເນີດ, ລົງທະບຽນລະຫັດ ແລະຊຸກຍູ້ການນໍາຜະລິດຕະພັນ, ບໍລິການເຂົ້າຕະຫຼາດການຄ້າເອເລັກໂຕນິກ, ຜ່ານນັ້ນເພີ່ມທະວີກາລະໂອກາດສໍາຜັດກັບຕະຫຼາດໃຫ້ວິສາຫະກິດ.

ໂດຍ: ທະນາພອນ