ຕາມກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ແລ້ວ, ໝາກຜົນການເຄື່ອນໄຫວຂອງບັນດາວິສາຫະກິດໄປສະນີໃນໄລຍະ 6 ເດືອນຕົ້ນປີໂດຍພື້ນຖານແລ້ວແມ່ນສາມາດຮັກສາການເຕີບໂຕໄວ້ໄດ້ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2019, ດ້ວຍລາຍຮັບຄາດຄະເນບັນລຸໄດ້ 14.100 ຕື້ດົ່ງ, ເພີ່ມຂຶ້ນ  4%. ບັນລຸໝາກຜົນນີ້ແມ່ນຍ້ອນມີການບໍລິການແຈກຢາຍເມດ່ວນ, ຫຸ້ມຫໍ່ສິນຄ້າໃຫ້ການຄ້າທາງເອເລັກໂຕນິກຂອງບັນດາວິສາຫະກິດເພີ່ມຂຶ້ນ. ແຕ່ວ່າສຳລັບບໍລິສັດໃຫຍ່ໄປສະນີຫວຽດນາມ (Vietnam Post) ແລະບໍລິສັດໃຫຍ່ຫຸ້ນສ່ວນໄປສະນີ Viettel (Viettel Post) ແລ້ວຍັງມີປັດໄຈອື່ນອີກ...

Vietnam Post: ການບໍລິການບໍລິຫານສາທາລະນະບັນລຸໝາກຜົນສູງ

ໄລຍະ 6 ເດືອນຕົ້ນປີ 2020, ບໍລິສັດໃຫຍ່ໄປສະນີຫວຽດນາມ (Vietnam Post) ບັນລຸລາຍຮັບກວ່າ 12.680 ຕື້ດົ່ງ, ກໍາໄລບັນລຸກວ່າ 270 ຕື້ດົ່ງ. ໝາກຜົນນີ້ບັນລຸໄດ້ໃນສະພາບການທີ່ Vietnam Post ຫາກໍ່ສໍາເລັດບັນດາການບໍລິການໄປສະນີສາທາລະນະເປັນຢ່າງດີທັງຜັນຂະຫຍາຍບັນດາລາຍການ, ໂຄງການໃຫຍ່ຂອງລັດຖະບານ ແລະພິເສດແມ່ນພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບບໍ່ໜ້ອຍເຖິງສະພາບການເຄື່ອນໄຫວຜະລິດ, ດຳເນີນທຸລະກິດໃນທົ່ວເຄືອຂ່າຍ.

leftcenterrightdel
ການເຄື່ອນໄຫວດຳເນີນທຸລະກິດຂອງ Viettel Post ໄດ້ຮັບການຟື້ນຟູຢ່າງແຮງ. ພາບ: ວັນຟອງ.

ບັນດາຂົງເຂດເສົາຄ້ຳ, ຄື: ໄປສະນີເມດ່ວນ, ການເງິນໄປສະນີ, ການບໍລິການສາທາລະນະລ້ວນແຕ່ມີການເຕີບໂຕ. ໃນນ້ັນມີການບໍລິການໃນຂົງເຂດການເງິນໄປສະນີເພີ່ມຂຶ້ນສະເລ່ຍແມ່ນເກືອບ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ເຖິງວ່າໃນໄລຍະພະຍາດໂຄວິດ-19 ມີການຜັນແປສັບສົນ, ການສໍາຜັດໂດຍກົງກັບປະຊາຊົນຖືກຈຳກັດຫຼາຍຢ່າງກໍ່ຕາມ, ແຕ່ວ່າຍ້ອນມີການປ່ຽນແປງໃໝ່ກ່ຽວກັບວິທີການໂຄສະນາ, ຂົນຂວາຍ, ສະນັ້ນໃນໄລຍະ 6 ເດືອນຕົ້ນປີ Vietnam Post ຈຶ່ງຂະຫຍາຍສະມາຊິກເຂົ້າຮ່ວມປະກັນໄພສັງຄົມ ແລະປະກັນສຸຂະພາບຂອງຄອບຄົວແບບສະໝັກໃຈໄດ້ 140.000 ຄົນ.

ຕາມທ່ານ ຫງວຽນແທັງຫາຍ, ປະທານສະພາສະມາຊິກບໍລິສັດໃຫຍ່ ໃຫ້ຮູ້ວ່າໄລຍະ 2015-2020 ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ວ່າ Vietnam Post ໄດ້ເສີມຂະຫຍາຍບົດບາດເປັນຫຼັກແຫຼ່ງແກ່ນສານນໍາພາ, ຮັບປະກັນຄວາມເປັນເອກະພາບໃນການຄຸ້ມຄອງ, ບໍລິຫານເພື່ອປະຕິບັດການນຳພາຮອບດ້ານໃນທຸກການເຄື່ອນໄຫວຂອງບໍລິສັດໃຫຍ່, ປະຕິບັດສຳເລັດ ແລະລື່ນຄາດໝາຍວາງອອກ. ໃນປີ 2015 ລາຍຮັບຂອງທົ່ວບໍລິສັດໃຫຍ່ບັນລຸ 8.770, ປີ 2019 ຕົວເລກນີ້ຂື້ນເຖິງ 25.211 ຕື້ດົ່ງ, ລະດັບການເຕີບໂຕສະເລ່ຍບັນລຸກວ່າ 30%/ປີ. ຄຽງຂ້າງນັ້ນ, ກຳໄລທົ່ວບໍລິສັດໃຫຍ່ກໍ່ເພີ່ມຂຶ້ນເກືອບ 3,5 ເທົ່າ, ແຕ່ 154 ຕື້ດົ່ງ (ປີ 2015) ຂຶ້ນເຖິງ 535 ຕ້ືດົ່ງ (ປີ 2019); ບັນລຸລະດັບການເຕີບໂຕກວ່າ 36%.

ເພື່ອປະຕິບັດຍຸດທະສາດໃຫ້ປະກົດຜົນເປັນຈິງ, ທ່ານ ຈູກວາງຮ່າວ, ຜູ້ອຳນວຍການໃຫຍ່ Vietnam Post, ບໍລິສັດໃຫຍ່ຢັ້ງຢືນວ່າຈະສືບຕໍ່ຫັນປ່ຽນພື້ນຖານໃນການດໍາເນີນທຸລະກິດ, ໝູນໃຊ້ຜົນງານຂອງວິທະຍາສາດ, ເຕັກໂນໂລຢີໃຫ້ມີປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາໃນສະໄໝດີຈີຕອນ; ສະໜອງຜະລິດຕະພັນ, ການບໍລິການຫຼາຍຮູບແບບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນຢ່າງຄົບຖ້ວນ; ກໍ່ສ້າງ ແລະພັດທະນາລະບົບນິເວດຫຼາຍຮູບແບບ; ພັດທະນາພື້ນຖານການຮັບ ແລະສະໜອງການບໍລິການສາທາລະນະ...

Viettel Post  ຕັ້ງຄວາມຫວັງໃນຂົງເຂດການບໍລິການໂທລະຄົມມະນາຄົມ

ບໍລິສັດໃຫຍ່ຫຸ້ນສ່ວນໄປສະນີ (Viettel Post - VTP) ຫາກໍ່ປະກາດໝາກຜົນ 6 ເດືອນຕົ້ນປີ 2020 ດ້ວຍລາຍຮັບເພີ່ມຂຶ້ນກວ່າ 2 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍຂຶ້ນເຖິງ 6.797 ຕື້ດົ່ງ ແລະກໍາໄລຫຼັງຫັກພາສີອາກອນເພີ່ມຂຶ້ນ 21% ເປັນ 200 ຕື້ດົ່ງ. ໃນນ້ັນ, ລາຍຮັບການບໍລິການເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະລາຍຮັບການຄ້າເພີ່ມຂຶ້ນເກືອບ 10 ເທົ່າເມື່ອທຽບໃສ່ກັບ 6 ເດືອນ ປີ 2019 ເປັນ 3.835 ຕື້ດົ່ງ. ລະດັບເພີ່ມຂຶ້ນແຮງຂອງລາຍຮັບການຄ້າແມ່ນມາຈາກລາຍຮັບການຂາຍບັດຕື່ມເງິນ, ເບີໂທລະສັບຈາກເຄືອຂ່າຍ 300.000 ຮ້ານຄ້າຂາຍຂອງ Viettel Telecom ໃນທ້າຍໄຕມາດ I - 2020.

ຕາມທ່ານ ເຈິ່ນຈູງຮືງ, ຜູ້ອຳນວຍການໃຫຍ່ Viettel Post ແລ້ວ, ໃນໄລຍະເກີດພະຍາດໂຄວິດ-19 ຢູ່ຫວຽດນາມ, ລາຍຮັບຈາກລູກຄ້າເກົ່າຫຼຸດລົງກວ່າ 46%, ຈໍານວນລູກຄ້າບໍ່ມີຄວາມຕ້ອງການກ່ຽວກັບສິນຄ້າແມ່ນ 31%. ເຖິງຢ່າງໃດກໍ່ຕາມ, ການເຄື່ອນໄຫວດຳເນີນທຸລະກິດໃນເດືອນພຶດສະພາຂອງ Viettel Post ໄດ້ຮັບການຟື້ນຟູ, ສະນັ້ນວິສາຫະກິດຄາດຄະເນວ່າຈະສຳເລັດ 95-98% ແຜນການໃນໄຕມາດ II-2020.

ທ່ານ ເຈິ່ນຈູງຮືງ ໃຫ້ຮູ້ຕື່ມອີກວ່າ “ອັດຕາສ່ວນກຳໄລຂອງການດຳເນີນທຸລະກິດ, ການບໍລິການໂທລະຄົມມະນາຄົມຕ່ຳທີ່ສຸດ, ຄືການຂາຍບັດຕື່ມເງິນຢູ່ຮ້ານຄ້າຂັ້ນ 1 ປະມານ 4,6%, ສ່ວນຢູ່ຮ້ານຄ້າຂັ້ນ 2 ມີພຽງແຕ່  0,1%. ເຖິງວ່າເປັນແນວນັ້ນກໍ່ຕາມ, Viettel Post  ກໍ່ວາງແຜນການສ້າງລາຍຮັບເພີ່ມຂຶ້ນ 143%  ຈາກການດຳເນີນທຸລະກິດການບໍລິການໂທລະຄົມມະນາຄົມຢູ່ບັນດາຮ້ານຄ້າ, ຈຸດວາງຂາຍ, ເມື່ອບໍລິສັດຈະມີ 262.000 ຈຸດວາງຂາຍ ແລະ 800 ຮ້ານຄ້າ”.

ກ່ຽວກັບເປົ້າໝາຍ, Viettel Post ຈະມີບັນດາມາດຕະການຄົບຊຸດເພື່ອແນໃສ່ບັນລຸໄດ້ເປົ້າໝາຍວາງອອກ, ລວມມີເອົາໃຈໃສ່ຫັນຜະລິດຕະພັນ, ການບໍລິການເປັນຫຼາຍຮູບຫຼາຍແບບ ອີງຕາມການບໍລິການຫຼັກແມ່ນແຈກຢາຍເມດ່ວນເພື່ອປະກອບສ່ວນຫັນປ່ຽນໂຄງປະກອບລາຍຮັບຕາມທິດຍືນຍົງ; ຍູ້ແຮງເປີດກວ້າງການເຄື່ອນໄຫວດຳເນີນທຸລະກິດຂາຍສິນຄ້າສຸມໃສ່ເຂົ້າບັນດາຜະລິດຕະພັນມີອັດຕາສ່ວນກຳໄລສູງ, ຜັນຂະຫຍາຍງ່າຍດາຍ; ເປີດກວ້າງການສະໜອງການບໍລິການໃນເຄືອຂ່າຍໄປສະນີ, ໜູນຊ່ວຍປະຊາຊົນຊື້ຂາຍສິນຄ້າ...

ໂດຍ: ແສງເດືອນ