ທີ່ກອງປະຊຸມຖະແຫຼງຂ່າວຂອງລັດຖະບານ ທີ່ຈັດຂຶ້ນໃນຕອນຄ່ຳວັນທີ 4 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ຫງວຽນງອັກດົງ ໃຫ້ຮູ້ວ່າ: “ນັບແຕ່ວັນທີ 15 ກັນຍາ, ຫວຽດນາມ ຈະເປີດສາຍການບິນສາກົນຄືນໃໝ່ກັບບັນດາປະເທດ ສ.ເກົາຫຼີ, ຍີ່ປຸ່ນ, ຈີນ ແລະຄາດວ່າວັນທີ 22 ກັນຍາ ຈະເປີດສາຍການບິນກັບໄຕ້ຫວັນ (ຈີນ), ລາວ, ກຳປູເຈຍ ຄືນໃໝ່. ບັນດາເປົ້າໝາຍເຂົ້າເມືອງຫວຽດນາມ ເຊິ່ງກະຊວງຄົມມະນາຄົມຂົນສົ່ງ ສະເໜີຕໍ່ລັດຖະບານລວມມີ: ນັກທຸຕານຸທູດ, ຜູ້ເຄື່ອນໄຫວວຽກງານລັດຖະການ, ພົນລະເມືອງຫວຽດນາມພວມດຳລົງຊີວິດ ແລະເຮັດວຽກຢູ່ຕ່າງປະເທດທີ່ມີຄວາມຕ້ອງການຢາກກັບຄືນມາປະເທດ, ພົນລະເມືອງຫວຽດນາມທີ່ໄປເຮັດວຽກຢູ່ຕ່າງປະເທດ, ບັນດານັກຊ່ຽວຊານຕ່າງປະເທດທີ່ພວມປະຕິບັດໂຄງການຕ່າງໆຢູ່ຫວຽດນາມ”.

leftcenterrightdel
ພາບປະກອບ: cafe.vn.

ກະຊວງຄົມມະນາຄົມຂົນສົ່ງ ກໍໄດ້ສະເໜີວ່າ ແຕ່ລະອາທິດໃຫ້ຈັດ 1 ຖ້ຽວບິນໄປ-ກັບຕໍ່ໜຶ່ງປະເທດ. ການຈັດຖ້ຽວບິນຄືດັ່ງກ່າວ, ຄາດວ່າໃນເດືອນກັນຍານີ້ ຈະມີຄົນເຂົ້າເມືອງຫວຽດນາມປະມານ 5,000 ຄົນ.

ແຫຼ່ງຄັດຈາກ: vovoworld.vn