leftcenterrightdel
ທ່ານ ກ່ຽວງອກຫວູ, ຮອງປະທານສະຫະພັນແຮງງານນະຄອນໂຮ່ຈີມິນ ມອບຂອງຂວັນໃຫ້ແກ່ກໍາມະກອນທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫວູແມ້ງຕຽມ, ຮອງຫົວໜ້າຄະນະໂຄສະນາສຶກສາ, ສະຫະພັນໃຫຍ່ແຮງງານຫວຽດນາມ ໃຫ້ຮູ້ວ່າ ກໍາມະບານຫວຽດນາມພວມສົມທົບກັບບັນດາກະຊວງ, ຂະແໜງການສະຖິຕິຈໍານວນຜູ້ອອກແຮງງານທີ່ຖືກວ່າງງານ, ພັກການຊົ່ວຄາວ ຍ້ອນໂລກລະບາດໂຄວິດ-19 ເພື່ອແນໃສ່ຜັນຂະຫຍາຍບ້ວງເງິນໜູນຊ່ວຍສັງຄົມຂອງລັດຖະບານເຂົ້າເຖິງຊາວຜູ້ອອກແຮງງງານໃນເດືອນກໍາມະກອນນີ້.

“ໄລ່ຮອດປັດຈຸບັນ, ສະຫະພັນໃຫຍ່ແຮງງານພວມສໍາຫຼວດ, ຮຽກຮ້ອງບັນດາຂະແໜງການ, ທ້ອງຖິ່ນລາຍງານ, ສະຖິຕິ, ປະກອບຄໍາເຫັນຕໍ່ກັບກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ແລະລັດຖະບານ ເພື່ອປັບປຸງ, ສໍາຫຼວດກວດຄືນບັນດາເປົ້າໝາຍເພື່ອໄດ້ຮັບເງິນອຸດໜູນຢ່າງເໝາະສົມ. ໄປຄຽງຄູ່ກັນນັ້ນ ກໍ່ຮຽກຮ້ອງກໍາມະບານທຸກຂັ້ນຂົນຂວາຍຜູ້ນໍາໃຊ້ແຮງງານ ພ້ອມກັນແກ້ໄຂຄວາມຫຍຸ້ງຍາກ, ຍູ້ແຮງການຜະລິດ”.

ແຫຼ່ງຄັດຈາກ: vovworld.vn