ງານຕະຫຼາດນັດປີນີ້ໄດ້ດຶງດູດວິສາຫະກິດ, ອົງການຈັດຕັ້ງ 1200 ແຫ່ງທີ່ມາຈາກ 60 ປະເທດ ແລະເຂດແຄວ້ນໃນໂລກເຂົ້າຮ່ວມວາງສະແດງແນະນຳຜະລິດຕະພັນ, ເຄື່ອງມື, ອຸປະກອນ...

ຫ້ອງການການຄ້າ, ສະຖານທູດຫວຽດນາມ ປະຈໍາອິນເດຍ ໄດ້ຈັດຕັ້ງຮ້ານວາງສະແດງສິນຄ້າເພື່ອໜູນຊ່ວຍບັນດາວິສາຫະກິດຫວຽດນາມ ໂຄສະນາຜະລິດຕະພັນ ແລະພົບປະ, ແລກປ່ຽນ, ຊອກຫາກາລະໂອກາດດໍາເນີນທຸລະກິດຢູ່ຕະຫຼາດອິນເດຍ ທີ່ກວ້າງໃຫຍ່.

leftcenterrightdel
ພິທີຕັດແຖບຜ້າໄຂຮ້ານວາງສະແດງຂາຍສິນຄ້າຫວຽດນາມ ຢູ່ງານຕະຫຼາດນັດ. ພາບ: ສໍານັກຂ່າວສານຫວຽດນາມ.

ຄະນະຫວຽດນາມ ມີເກືອບ 40 ວິສາຫະກິດໃນຂົງເຂດໄຟຟ້າ, ເອເລັດໂຕນິກ, ອຸປະກອນໄຟຟ້າ... ໄດ້ມາຢ້ຽມຊົມ ແລະເຂົ້າຮ່ວມເວທີປາໄສວິສາຫະກິດ, ການພົບປະລະຫວ່າງຜູ້ຂາຍ-ຜູ້ຊື້.

ນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ວິສາຫະກິດຫວຽດນາມ ເຂົ້າຮ່ວມງານວາງສະແດງແນະນຳຜະລິດຕະພັນ, ເຄື່ອງຈັກ, ອຸປະກອນ, ມາດຕະການເຕັກນິກ ແລະການບໍລິການໃນຂົງເຂດຜະລິດ, ການສົ່ງ, ແຈກຢາຍໄຟຟ້າ, ໄຟຟ້າ-ເອເລັກໂຕນິກ, ພະລັງງານຜະລິດຄືນໃໝ່...

ໂດຍ: ທະນາພອນ