ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ຕີລາຄາວ່າ, ບັນດາສັນຍາການຄ້າເສລີລຸ້ນໃໝ່ເຊິ່ງຫວຽດນາມ ເຂົ້າຮ່ວມໃນໄລຍະຜ່ານມາສະແດງໃຫ້ເຫັນຄວາມຖືກຕ້ອງເມື່ອສົ່ງເສີມການຄ້າ ແລະການລົງທຶນຢ່າງມີປະສິດທິຜົນກວ່າໃນປີຜ່ານມາ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບການນໍາກະຊວງອຸດສາຫະກຳ ແລະການຄ້າ ເປັນປະທານກອງປະຊຸມ. ພາບ: ຮຸຍທັ໊ງ.

ປີ 2020, ທ່ານ ຫງວຽນຊວນຟຸກ ຮຽກຮ້ອງຂະແໜງອຸດສາຫະກຳ ແລະການຄ້າຕ້ອງສຸມໃສ່ເພື່ອພ້ອມກັບລັດຖະບານສໍາເລັດບັນດາໜ້າທີ່ທີ່ໄດ້ວາງອອກ. ແລະໜຶ່ງໃນບັນດາໜ້າທີ່ສໍາຄັນເພື່ອປະຕິບັດບັນດາເປົ້າໝາຍນີ້ແມ່ນຂຸດຄົ້ນບັນດາຕະຫຼາດເຊິ່ງຫວຽດນາມ ເຂົ້າຮ່ວມການລົງນາມສັນຍາການຄ້າເສລີ: "ຂ້າພະເຈົ້າສະເໜີໃຫ້ຜັນຂະຫຍາຍບັນດາສັນຍາການຄ້າເສລີຢ່າງຄົບຊຸດ, ເອົາໃຈໃສ່ເຖິງບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ. ເອົາໃຈໃສ່ເຖິງຕະຫຼາດອາເມລິກາ ແຕ່ຕະຫຼາດອື່ນໆກໍ່ມີຄວາມສໍາຄັນທີ່ສຸດເປັນຕົ້ນແມ່ນຕະຫຼາດ CPTPP ແລະ ອີຢູ. ປັດຈຸບັນ, ການສົ່ງອອກຂອງຕະຫຼາດ ອີຢູ ບັນລຸລະດັບເຕີບໂຕໄດ້ພຽງ 1 – 2%, ໃນຂະນະທີ່ມີເຖິງ 28 ປະເທດອີຢູ ສໍາຄັນທີ່ສຸດນັ້ນແມ່ນບັນດາຕະຫຼາດຕ້ອງການສິນຄ້າທີ່ມີຄຸນນະພາບສູງເຊິ່ງພວກເຮົາຕ້ອງເອົາໃຈໃສ່, ນັບທັງຜະລິດຕະພັນກະເສດ, ສະບຽງອາຫານ, ບັນດາຜະລິດຕະພັນສົ່ງອອກອື່ນຂອງຫວຽດນາມ".

ທ່ານ ຫງວຽນຊວນຟຸກ ຮຽກຮ້ອງບັນດາທ້ອງຖິ່ນຕ້ອງເອົາໃຈໃສ່ເຖິງການພັດທະນາອຸດສາຫະກິດ, ເປັນຕົ້ນແມ່ນບັນດາທ້ອງຖິ່ນຈຸດສຸມ: "ຂ້າພະເຈົ້າສະເໜີພັດທະນາອຸດສາຫະກຳ ແລະການຄ້າ ເນັ້ນໜັກເຖິງນະໂຍບາຍພັດທະນາອຸດສາຫະກິດ ແລະຮຽກຮ້ອງບັນດາທ້ອງຖິ່ນຕ້ອງຕອບສະໜອງ. ທີສອງແມ່ນກະຊວງອຸດສາຫະກຳ ແລະການຄ້າ ຕ້ອງນໍາໜ້າເພື່ອແກ້ໄຂບັນຫາວາງແຜນຜັງ. ຕ້ອງມີແຜນນະໂຍບາຍ, ມາດຕະການຢ່າງລະອຽດເພື່ອປົດປ່ອຍແຫຼ່ງກໍາລັງທີ່ພວມຊັກຊ້າ. ຕ້ອງເຜີຍແຜ່, ຊຸກຍູ້ການປະຕິບັດບັນດາຄໍາໝັ້ນສັນຍາສາກົນກວ່າອີກ, ເປັນຕົ້ນແມ່ນປະຊາຊົນ ແລະວິສາຫະກິດ".

ໂດຍ: ເຈິ່ນຮວ່ຽນ