ນີ້ແມ່ນກິດຈະກໍາໃນຂອບເຂດລາຍການພົບປະແລກປ່ຽນມິດຕະພາບຊາວກະສິກອນສາມປະເທດຫວຽດນາມ-ລາວ-ກໍາປູເຈຍ ໂດຍສູນກາງສະມາຄົມຊາວກະສິກອນຫວຽດນາມ ແລະຄະນະກໍາມະການປະຊາຊົນແຂວງເລິມດົ່ງ ສົມທົບກັນຈັດຕັ້ງ. ເຂົ້າຮ່ວມກອງປະຊຸມສໍາມະນາມີທ່ານນາງ ເຈືອງທິມາຍ, ກໍາມະການກົມການເມືອງ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ; ທ່ານ ຟຸ່ງກວກຫຽນ, ຮອງປະທານສະພາແຫ່ງຊາດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: qdnd.vn.

ທີ່ກອງປະຊຸມສໍາມະນາ, ການນໍາກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ; ກະຊວງກະສິກໍາ, ປ່າໄມ້ ແລະການປະມົງລາຊະອານາຈັກກໍາປູເຈຍ; ກະຊວງກະສິກໍາ ແລະປ່າໄມ້ລາວ ໄດ້ພ້ອມກັນແບ່ງປັນຜົນງານ, ບົດຮຽນໃນການພັດທະນາກະສິກໍາ, ຊົນນະບົດ ແລະຊາວກະສິກອນພ້ອມກັບການກໍານົດທິດຂອງບັນດາປະເທດໃນການພັດທະນາກະສິກໍາ, ຊາວກະສິກອນ ແລະຊົນນະບົດ; ບົດບາດຂອງສະມາຄົມຊາວກະສິກອນຫວຽດນາມ, ປະຊາຄົມກະສິກໍາກໍາປູເຈຍ, ເຄືອຂ່າຍຊາວກະສິກອນລາວ ໃນການພັດທະນາກະສິກໍາ, ຊາວກະສິກອນ, ຊົນນະບົດ...

ບັນດາຝ່າຍພ້ອມກັນລົງນາມໃນຂໍ້ຕົກລົງຮ່ວມມືໜູນຊ່ວຍການໝູນໃຊ້ເຕັກໂນໂລຢີສູງເຂົ້າລະບົບຄວາມປອດໄພດ້ານສະບຽງອາຫານ ແລະຮັບຈໍາໜ່າຍຜະລິດຕະພັນກະເສດຂອງທັງສາມປະເທດ. ກ່ອນໜ້ານັ້ນບັນດາຜູ້ແທນໄດ້ຢ້ຽມຊົມຮູບແບບກະສິກໍາເຕັກໂນໂລຢີສູງຢູ່ບໍລິສັດດ່າລາດ Hasfarm, ບໍລິສັດດ່າລາດ Gap ແລະໝູ່ບ້ານດອກໄມ້ວ້ານແທັ່ງ (ດ່າລາດ).

ໂດຍ: ທະນາພອນ