ປະຕິບັດຕາມຄໍາພິໄນກໍາຂອງລຸງໂຮ່, ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມໄດ້ “ຮ່ວມແຮງຮ່ວມໃຈກັນ” ນໍາປະເທດຫວຽດນາມ ຈາກປະເທດຫຼ້າຫຼັງ, ທຸກຍາກກາຍເປັນປະເທດທີ່ມີລາຍຮັບປານກາງຕໍ່າ ແລະໄດ້ຮັບການຄາດຄະເນວ່າຈະກ້າວເຂົ້າສູ່ລະດັບບັນດາປະເທດມີລາຍຮັບປານກາງສູງໃນປີ 2030.

ພາຍຫຼັງໄຊຊະນະລະດູບານໃໝ່ 1975, ພາກໃຕ້ໄດ້ຮັບການປົດປ່ອຍຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະກ້າວເຂົ້າສູ່ສັງກາດສັນຕິພາບກໍ່ສ້າງ, ທົ່ວປະເທດກ້າວຂຶ້ນສັງຄົມນິຍົມ. ເຖິງຢ່າງໃດກໍ່ຕາມ, ຍ້ອນການທໍາລາຍຢ່າງດຸເດືອດຂອງສົງຄາມ, ຍ້ອນຄວາມອ່ອນດ້ອຍກ່ຽວກັບນະໂຍບາຍ ແລະສະພາບແວດລ້ອມສາກົນມີຄວາມຫຍຸ້ງຍາກຫຼາຍຢ່າງ, ພື້ນຖານເສດຖະກິດຫວຽດນາມ ໄດ້ຜ່ານຜ່າສະໄໝວິກິດການທີ່ແກ່ຍາວໃນທົດສະວັດທີ 70 ແລະ 80 ຂອງສັດຕະວັດກ່ອນ.

ເພື່ອເຮັດໃຫ້ເສດຖະກິດມະຫາພາກມີຄວາມໝັ້ນຄົງ ແລະພັດທະນາແບບຍືນຍົງ, ແຫຼ່ງທຶນໜູນຊ່ວຍພັດທະນາຢ່າງເປັນທາງການ (ODA)  ແມ່ນໜຶ່ງໃນບັນດາແຫຼ່ງກໍາລັງທີ່ຊ່ວຍໃຫ້ຫວຽດນາມ ຜ່ານຜ່າສິ່ງທ້າທາຍ. ຕາມບົດລາຍງານຂອງ ທະນາຄານໂລກ (WB), ໃນໄລຍະ 2011-2016, ມີສັນຍາກູ້ຢືມທຶນ 319 ສະບັບໄດ້ຮັບການລົງນາມ, ດ້ວຍມູນຄ່າທັງໝົດບັນລຸປະມານ 33,643 ຕື້ໂດລາສະຫະລັດ, ໃນນັ້ນທຶນກູ້ຢືມ ODA ແລະທຶນກູ້ຢືມພິເສດໃຫ້ແກ່ຫວຽດນາມ ແມ່ນ 32,296 ຕື້ໂດລາສະຫະລັດ; ທຶນຊ່ວຍເຫຼືອລ້າບັນລຸ 1,346 ຕື້ໂດລາສະຫະລັດ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ຕາມການຕີລາຄາຈາກປະຊາຄົມສາກົນ, ຫວຽດນາມ ໄດ້ນໍາໃຊ້ແຫຼ່ງທຶນ ODA ຢ່າງມີປະສິດທິຜົນ ແລະຖືກຕາມຈຸດປະສົງ, ຈາກນັ້ນປະກອບສ່ວນສ້າງຄວາມ “ປ່ຽນແປງຢ່າງມະຫັດສະຈັນ” ໃຫ້ແກ່ປະເທດຊາດ. ໃນບົດລາຍງານທີ່ປະກາດໃນປີ 2015, ສະຫະປະຊາຊາດ ໃຫ້ຮູ້ວ່າ, ນັບແຕ່ປີ 1990, GDP ຂອງຫວຽດນາມ ເພີ່ມຂຶ້ນທົບເກືອບ 3 ເທົ່າ, ອັດຕາເຕີບໂຕ GDP ສະເລ່ຍແຕ່ລະປີຄາດວ່າບັນລຸໄດ້ 7,5%, ແລະເພີ່ມຂຶ້ນຢ່າງຕໍ່ເນື່ອງຈົນຮອດວິກິດການການເງິນໂລກທີ່ເກີດຂຶ້ນໃນປີ 2008.

ພາຍຫຼັງ 30 ປີແຫ່ງການປ່ຽນແປງໃໝ່, ຈາກປະເທດດ້ອຍພັດທະນາຫຼັງສົງຄາມ, ຫວຽດນາມ ຄ່ອຍໆຫຼຸດພົ້ນອອກຈາກສະພາບທຸກຍາກອຶດຫິວ, ກາຍເປັນປະເທດທີ່ມີລາຍຮັບປານກາງຕໍ່າໃນປີ 2009. ເລື່ອງຫວຽດນາມ ກ້າວເຂົ້າສູ່ “ເດີ່ນຫຼິ້ນ” ໃຫຍ່ຄື: ອົງການການຄ້າໂລກ (WTO) ໃນປີ 2007 ແມ່ນໄດ້ປະຕິບັດຕາມຄໍາພິໄນກໍາຂອງປະທານໂຮ່ຈີມິນ, ນັ້ນແມ່ນ “ນໍາຫວຽດນາມ ຄຽງບ່າຄຽງໄຫຼ່ພ້ອມກັບປະເທດມະຫາອໍານາດຢູ່ 5 ທະວີບ”, ບໍ່ພຽງແຕ່ໃນຂົງເຂດການເມືອງເທົ່ານັ້ນ ຫາກຍັງທັງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ, ປະກອບສ່ວນນໍາຫວຽດນາມ ບັນລຸໄດ້ຫຼາຍເປົ້າໝາຍພັດທະນາສະຫັດສະວັດຂອງສະຫະປະຊາຊາດ ໂດຍໄວ ແລະໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນອີກດ້ວຍ.

ໃນຊຸມປີມໍ່ໆມານີ້, ໂລກກໍາລັງເຫັນປະຈັກຕາການເພີ່ມຂຶ້ນຢ່າງໄວວາຂອງບັນດາສັນຍາການຄ້າເສລີ (FTA) ເພື່ອສ້າງຕັ້ງບັນດາເຂດການຄ້າເສລີ. ສອດຄ່ອງກັບທ່າອ່ຽງເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງໂລກ ແລະພາກພື້ນ, ວິວັດການເຈລະຈາ ແລະລົງນາມບັນດາ FTA ຂອງຫວຽດນາມ ໄດ້ເລີ່ມເຄື່ອນໄຫວ ແລະຜັນຂະຫຍາຍພ້ອມກັບວິວັດການເຂົ້າເປັນສະມາຊິກບັນດາອົງການຈັດຕັ້ງສາກົນ ແລະພາກພື້ນ. ນີ້ແມ່ນທ່າອ່ຽງທີ່ຈໍາເປັນ ແລະສອດຄ່່ອງກັບການພັດທະນາຂອງວິວັດການຫັນການຄ້າເປັນເສລີໃນໂລກເພາະວ່າຖ້າບໍ່ຍູ້ແຮງການເຂົ້າຮ່ວມບັນດາ FTA ລຸ້ນໃໝ່ນັ້ນ ຫວຽດນາມ ຈະຕົກຖອຍຫຼັງເມື່ອທຽບໃສ່ບັນດາປະເທດອື່ນໃນສະໄໝຫຼັງ WTO.

ກ້າວອອກສູ່ “ທະເລອັນກວ້າງໃຫຍ່ໄພສານ” ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແຕ່ວິສາຫະກິດຫວຽດນາມຍາມໃດກໍ່ຊອກຫາ, ກໍາໄດ້ກາລະໂອກາດ. ວິສາຫະກິດຫວຽດນາມສ່ວນຫຼາຍ, ໃນນັ້ນມີບັນດາວິສາຫະກິດກອງທັບໄດ້ມີໜ້າ ແລະເຄື່ອນໄຫວຢ່າງຕັ້ງໜ້າຢູ່ຫຼາຍປະເທດໃນໂລກ. ເປັນຕົ້ນຄື: ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໄດ້ລົງທຶນຢູ່ 10 ປະເທດຢູ່ເຂດອາຊີຕາເວັນອອກສ່ຽງໃຕ້, ອາເມລິກາລາຕິນ ແລະອາຟະລິກາ. ໃນຂະນະນັ້ນ, ທະນາຄານການຄ້າຫຸ້ນສ່ວນກອງທັບ (MB) ກໍ່ມີໜ້າຢູ່ບາງປະເທດໃນພາກພື້ນອາຊຽນ. ບໍ່ພຽງແຕ່ຊ່ວຍປະເທດເພື່ອນເທົ່ານັ້ນ, ບັນດາວິສາຫະກິດຫວຽດນາມ ຍັງສ້າງລາຍຮັບງົບປະມານອັນໃຫຍ່ຫຼວງໃຫ້ແກ່ປະເທດຊາດ.

ພາຍຫຼັງ 44 ປີແຫ່ງການປົດປ່ອຍປະເທດຊາດ, ປັດຈຸບັນ ຫວຽດນາມ ໄດ້ຮັບດໍາລົງຕໍາແໜ່ງໃນຫຼາຍວຽກງານຂອງສະຫະປະຊາຊາດ ແລະອາຊຽນ. ເລື່ອງນັ້ນ, ດ້ານໜຶ່ງຢັ້ງຢືນບົດບາດຂອງຫວຽດນາມໃນເວທີສາກົນ, ອີກດ້ານໜຶ່ງແມ່ນສ້າງຄວາມສະດວກເພື່ອສ້າງສາ ແລະພັດທະນາເສດຖະກິດປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງຄືໃນປັດຈຸບັນ. ເພື່ອນມິດສາກົນໄດ້ຍ້ອງຍໍຊົມເຊີຍຫວຽດນາມ, ຈາກ “ມັງກອນ” ຂອງອາຊີຕາເວັນອອກສ່ຽງໃຕ້, ເຖິງປະເທດທີ່ມີພື້ນຖານເສດຖະກິດພັດທະນາແບບຍືນຍົງ. ຫຼາຍປະເທດໃນໂລກສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືໃນຂົງເຂດການຄ້າ - ເສດຖະກິດ - ການລົງທຶນກັບຫວຽດນາມ. ປະຕິບັດຕາມຄໍາພິໄນກໍາຂອງເພິ່ນ, ພັກ, ລັດ ແລະປະຊາຊົນຫວຽດນາມ ຕັດສິນໃຈກໍ່ສ້າງປະເທດຫວຽດນາມ ໃຫ້ຮັ່ງມີເຂັ້ມແຂງ ແລະຄວາມຕັດສິນໃຈນັ້ນນັບມື້ນັບສະແດງໃຫ້ເຫັນຢ່າງຈະແຈ້ງໃນທຸກດ້ານຂອງຊີວິດເສດຖະກິດ - ສັງຄົມຂອງປະເທດ, ແລະໄດ້ຮັບການເຄົາລົບ ແລະຮັບຮູ້ຈາກເພື່ອນມິດສາກົນ.

ໂດຍ: ໄຊຊະນະ