leftcenterrightdel
ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງ ຕ້ອນຮັບທ່ານນາງ Virginia Foote, ປະທານຮ່ວມຂອງ VBF. ພາບ: congthuong.vn.

ທີ່ການຕ້ອນຮັບ, ທ່ານ ຫງວຽນວັນບິ່ງ ໄດ້ຢັ້ງຢືນເຖິງຍຸດທະສາດບຸລິມະສິດຂອງຫວຽດນາມ ໃນຂົງເຂດພັດທະນາພະລັງງານແບບຍືນຍົງ; ຊົມເຊີຍ ແລະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາກຸ່ມບໍລິສັດຫຼາຍປະເທດ ກໍ່ຄືເຂດວິສາຫະກິດເອກະຊົນທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມພັດທະນາຕະຫຼາດພະລັງງານສະອາດ, ຍືນຍົງຢູ່ຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ບັນດາໝາກຜົນຂອງການປຶກສາຫາລື, ຂໍ້ສະເໜີແນະຂອງກຸ່ມປະຕິບັດງານ ແລະ VBF ກ່ຽວກັບພະລັງງານ ຈະແມ່ນພື້ນຖານທາບທາມຄໍາເຫັນສໍາຄັນສໍາລັບການນໍາພັກ, ລັດຖະບານ ເມື່ອພິຈາລະນາ, ຕັດສິນບັນດາຍຸດທະສາດ, ນະໂຍບາຍພັດທະນາພະລັງງານແຫ່ງຊາດ.

leftcenterrightdel
ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງ ເຮັດວຽກກັບເວທີປາໄສວິສາຫະກິດຫວຽດນາມ (VBF). ພາບ: congthuong.vn.

ທ່ານນາງ Virginia Foote ໄດ້ແຈ້ງໃຫ້ຊາບກ່ຽວກັບຄວາມຄືບໜ້າ, ໝາກຜົນໃນການແກ້ໄຂບັນດາຂໍ້ສະເໜີແນະຂອງ VBF ນັບແຕ່ພາຍຫຼັງກອງປະຊຸມທ້າຍປີ 2018 ມາຮອດປະຈຸບັນ, ພ້ອມທັງລາຍງານ, ແລກປ່ຽນກ່ຽວກັບບັນດາບັນຫາ, ຂໍ້ສະເໜີແນະໃໝ່ຂອງກຸ່ມ. ສອງຝ່າຍໄດ້ປຶກສາຫາລື, ແບ່ງປັນກ່ຽວກັບບົດຮຽນໃນການຊື້ພະລັງງານສະອາດຢູ່ປະເທດຕ່າງໆ, ເປົ້າໝາຍກ່ຽວກັບພະລັງງານສະອາດຂອງບັນດາບໍລິສັດຕ່າງປະເທດ ກໍ່ຄືບົດຮຽນໃນການຊື້ ແລະຜະລິດພະລັງງານສະອາດຢູ່ຫວຽດນາມ. VBF ໄດ້ສະເໜີບາງຂໍ້ສະເໜີແນະກ່ຽວກັບນະໂຍບາຍ, ກອບນິຕິກໍາແນໃສ່ແກ້ໄຂບັນດາສິ່ງກີດຂວາງ ກໍ່ຄືການພັດທະນາຕະຫຼາດພະລັງງານສະອາດ, ພະລັງງານຜະລິດຄືນໃໝ່ຢູ່ຫວຽດນາມ; ພ້ອມທັງສະເໜີບັນດາວິທີການແກ້ໄຂໃນການປະຢັດພະລັງງານ ແລະເພີ່ມທະວີການເຂົ້າຮ່ວມຂອງເຂດເອກະຊົນໃນຂົງເຂດພັດທະນາພະລັງງານສະອາດຢູ່ຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ