ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ການເຊື່ອມໂຍງເຂົ້າກັບສາກົນແມ່ນແຜນນະໂຍບາຍໃຫຍ່, ສະເໝີຕົ້ນສະເໝີປາຍຂອງພັກ, ລັດ  ແລະໄດ້ຫັນເປັນລະອຽດ ເພື່ອສອດຄ່ອງກັບແຕ່ລະໄລຍະພັດທະນາຂອງປະເທດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຫວູຢູງ.

ຕາມທ່ານ ຫງວຽນຊວນຟຸກ ແລ້ວ, ການເຊື່ອມໂຍງເຂົ້າກັບສາກົນໄດ້ປະກອບສ່ວນສໍາຄັນເຂົ້າໃນຜົນງານກວ່າ 30 ປີແຫ່ງການປ່ຽນແປງໃໝ່ປະເທດຊາດ ແລະນັບມື້ນັບໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດ. ພົ້ນເດັ່ນແມ່ນ, ການເຊື່ອມໂຍງເຂົ້າກັບສາກົນໄດ້ປະກອບສ່ວນສໍາຄັນເຂົ້າໃນຜົນງານອັນໃຫຍ່ຫຼວງກ່ຽວກັບການພັດທະນາເສດຖະກິດໃນໄລຍະ 5 ປີຜ່ານມາ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ... ພ້ອມກັນນັ້ນ,  ຫວຽດນາມ ໄດ້ລົງນາມ, ສິ້ນສຸດການເຈລະຈາສັນຍາການຄ້າເສລີສໍາຄັນຫຼາຍສະບັບ, ສ້າງສະພາບແວດລ້ອມແຫ່ງການຮ່ວມມືຢ່າງກວ້າງໃຫຍ່ໃຫ້ແກ່ພື້ນຖານເສດຖະກິດຢ່າງເຕີບໃຫຍ່ເຂັ້ມແຂງ; ເປີດກວ້າງການພົວພັນ, ຍົກລະດັບການພົວພັນຄູ່ຮ່ວມມືກັບຫຼາຍປະເທດ, ຈັດຕັ້ງບັນດາເຫດການລະດັບພາກພື້ນ ແລະທົ່ວໂລກໃຫ້ສຳເລັດຜົນ… ນີ້ແມ່ນບັນດາພະຍານຫຼັກຖານສະແດງໃຫ້ເຫັນແນວທາງຂອງຫວຽດນາມ ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນ, ຍົກສູງຖານະບົດບາດແຫ່ງຊາດ, ສະແດງໃຫ້ເຫັນບົດບາດເປັນເຈົ້າການ, ຕັ້ງໜ້າຂອງປະເທດຊາດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຫວູຢູງ.

ຄຽງຄູ່ກັນນັ້ນ, ທ່ານ ຫງວຽນຊວນຟຸກ ກໍ່ຊີ້ແຈ້ງບັນດາບັນຫາທີ່ຍັງຄົງຄ້າງຂອງວຽກງານເຊື່ອມໂຍງເຂົ້າກັບສາກົນ, ເປັນຕົ້ນແມ່ນໃນສະພາບການໂລກ ແລະພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ, ສ້າງກາລະໂອກາດ, ສິ່ງທ້າທາຍໃໝ່ທີ່ສະຫຼັບກັນ.

ເມື່ອເຕື້ອງເຖິງທິດທາງການເຊື່ອມໂຍງເຂົ້າກັບສາກົນໃນໄລຍະຈະມາເຖິງ, ທ່ານ ຫງວຽນຊວນຟຸກ ສະເໜີປະຕິບັດຕາມທິດນໍາ: ຍົກລະດັບ, ຮອບດ້ານ, ເລິກເຊິ່ງກວ້າງຂວາງ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແລະມີປະສິດທິຜົນ. ເມື່ອເຕື້ອງເຖິງວິທີການແກ້ໄຂການເຊື່ອມໂຍງເຂົ້າກັບສາກົນໃນແຕ່ລະຂົງເຂດຢ່າງລະອຽດ, ທ່ານ ຫງວຽນຊວນຟຸກ ຮຽກຮ້ອງວ່າ, ໃນຂົງເຂດເຊື່ອມໂຍງເຂົ້າກັບສາກົນຕ້ອງເຮັດໃຫ້ກໍາລັງແຮງພາຍໃນແຂງແຮງຂຶ້ນແມ່ນໜ້າທີ່ຈຸດສຸມ. ການເຊື່ອມໂຍງໃນບັນດາຂົງເຂດຕ່າງໆຕ້ອງໜູນຊ່ວຍໃຫ້ແກ່ການເຊື່ອມໂຍງເສດຖະກິດ.

ໂດຍ: ກວຽດເຕິມ