leftcenterrightdel
Viettel ສົ່ງເຖິງກອງປະຊຸມມືຖືໂລກດ້ວຍສານ “ເຕັກໂນໂລຢີຈາກຫົວໃຈ”. ພາບ: ວັນຟອງ

ທີ່ MWC 2023, Viettel ເອກອ້າງທະນົງໃຈແນະນໍາບາງມາດຕະການເຕັກໂນໂລຢີ “Made by Viettel” ສະແດງໃຫ້ເຫັນຈິດໃຈ “ເຕັກໂນໂລຢີຈາກຫົວໃຈ” ລວມມີ: ຊຸດຜະລິດຕະພັນ 5G ມີການເຂົ້າຮ່ວມຂອງບັນດາເຕັກໂນໂລຢີເປີດ ຊ່ວຍຫຼຸດລາຍຈ່າຍການຜະລິດ, ມຸ່ງໄປເຖິງເປົ້າໝາຍຊ່ວຍນັກລົງທຶນຜັນຂະຫຍາຍ 5G ໂດຍໄວ. ສູນຕິດຕາມຄວາມໝັ້ນຄົງທາງອິນເຕີແນດ SOC ປົກປ້ອງອົງການຈັດຕັ້ງ, ວິສາກິດທາງອິນເຕີແນດຢ່າງຮອບດ້ານ. ລະບົບຄິດໄລ່ຄ່າບໍລິການແທ້ຈິງ vOCS ໄດ້ຮັບການຍົກລະດັບຢ່າງຮອບດ້ານ.

leftcenterrightdel
ກອງປະຊຸມມືຖືໂລກ ໄດ້ດຳເນີນແຕ່ວັນທີ 27 ກຸມພາ ຫາວັນທີ 2 ມີນາ 2023 ທີ່ Barcelona, ແອັດສະປາຍ. ພາບ: ວັນຟອງ

ແຕ່ລະຜະລິດຕະພັນລ້ວນແຕ່ມີວິທີການເຂົ້າເຖິງຂອງ Viettel ດ້ວຍເຕັກໂນໂລຢີໃໝ່, ສ້າງກາລະໂອກາດເພື່ອໃຫ້ເຕັກໂນໂລຢີດີຈີຕອນທັນສະໄໝ ເຂົ້າເຖິງຊຸມຊົນ. ເມື່ອຜັນຂະຫຍາຍຜະລິດຕະພັນໃດກໍ່່ຕາມ, Viettel ກໍ່ວາງເປົ້າໝາຍເພື່ອໃຫ້ທຸກຄົນລ້ວນແຕ່ມີໂອກາດນຳໃຊ້. ໃນຍຸກສະໄໝ 4.0, Viettel ສືບຕໍ່ວາງເປົ້າໝາຍເຜີຍແຜ່ເຕັກໂນໂລຢີດີຈີຕອນ. ນັ້ນກໍ່ແມ່ນວິທີເພື່ອໃຫ້ Viettel ສະໜິດຕິດພັນບັນດາການເຄື່ອນໄຫວຂອງຕົນດ້ວຍ 17 ເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

ໂດຍ: ແສງເດືອນ