leftcenterrightdel
ເລີ່ມດໍາເນີນໂຄງການ “ປັບປຸງພື້ນຖານໂຄງລ່າງຕົວເມືອງເພີ່ມຄວາມສາມາດທົນທານ, ຟື້ນຟູຕໍ່ດິນຟ້າອາກາດຢູ່ 4 ແຂວງທາງທິດເໜືອພາກກາງຂອງຫວຽດນາມ”. ພາບ: Dangcongsan.vn

ໂດຍໄດ້ຮັບການອຸປະຖຳບ້ວງເງິນຊ່ວຍເຫຼືອຫຼ້າທີ່ມີມຸນຄ່າ 5 ລ້ານເອີໂຣຂອງ ອີຢູ, ບ້ວງເງິນກູ້ຢືມ ODA ທີ່ມີມຸນຄ່າ 123 ລ້ານເອີໂຣຂອງ AFD ແລະ 28 ລ້ານເອີໂຣທຶນສົມທົບ, ໂຄງການຈະໜູນຊ່ວຍໃຫ້ 5 ຕົວເມືອງໃນເຂດທິດເໜືອພາກກາງ, ລວມມີ: ເທດສະບານ ຝ໊າດຢ້ຽມ (ແຂວງນິງບິ່ງ), ເທດສະບານ ງອັກລ້າກ (ແຂວງແທັງຮວ໊າ), ເທດສະບານ ຮວ່າງມາຍ (ແຂວງເງະອານ), ເທດສະບານເຮືອງເຄ ແລະແທກຮ່າ (ແຂວງຮ່າຕິ໊ງ).

ໂຄງການຈະອະນຸຍາດກໍ່ສ້າງພື້ນຖານໂຄງລ່າງຕົວເມືອງທີ່ຈໍາເປັນເພື່ອລະບາຍນໍ້າ ແລະປົກປັກຮັກສາຕົວເມືອງກັນນ້ຳຖ້ວມ, ປົວແປງອະນາໄມສິ່ງແວດລ້ອມ ແລະບໍລິການສະໜອງນໍ້າປະປາ ແລະກໍາຈັດຂີ້ເຫຍື້ອແຂງໃຫ້ດີຂຶ້ນ. ຄຽງຂ້າງກັນນັ້ນ, ການໜູນຊ່ວຍດ້ານເຕັກນິກຈະອະນຸຍາດໃຫ້ປັບປຸງລັກສະນະຍືນຍົງຂອງໂຄງການຜ່ານການເພີ່ມທະວີຄວາມສາມາດທີ່ຈໍາເປັນເພື່ອຂຸດຄົ້ນ ແລະບູລະນະບັນດາປ້ອມກໍາຈັດນ້ຳເສດ ແລະກິດຈະການອື່ນໆ...

ໂດຍ: ເກື່ອງດັ້ງ