leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ. ພາບ: vov.vn

ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ ສຳລັບຫວຽດນາມ, ເລື່ອງສ້າງສູນການເງິນສາກົນບໍ່ພຽງແຕ່ເພື່ອດຶງດູດບັນດາແຫຼ່ງກຳລັງລົງທຶນ ແລະເຊື່ອມຕໍ່ກັບໂລກເທົ່ານັ້ນ, ຫາກຍັງປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: “ພວກຂ້າພະເຈົ້າກຽມພ້ອມຮັບຟັງຄຳເຫັນຂອງວິສາຫະກິດ, ນັກລົງທຶນ… ບົນພື້ນຖານນັ້ນຈະມີການດັດປັບລະບອບລະບຽບການສືບຕໍ່ຊຸກຍູ້ການພັດທະນາລວມຂອງປະເທດຊາດ. ຫວັງວ່າບັນດາເພື່ອນມິດສາກົນຈະໃຫ້ຄວາມເອົາໃຈໃສ່ໜູນຊ່ວຍດ້ວຍຈິດໃຈພ້ອມກັນແບ່ງປັນວິໄສທັດ, ພ້ອມກັນເຮັດ, ພ້ອມກັນຊົມໃຊ້, ພ້ອມກັນໄຊຊະນະ, ພ້ອມກັນພັດທະນາ… ຍາມໃດກໍ່ປົກປ້ອງຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ຂອງວິສາຫະກິດ, ບັນດານັກລົງທຶນ.

ສູນການເງິນສາກົນຢູ່ຫວຽດນາມ ເຄື່ອນໄຫວຕາມຮູບແບບ “ໜຶ່ງສູນກາງ, ສອງຈຸດນັດພົບ” ຢູ່ນະຄອນໂຮ່ຈີມິນ ແລະນະຄອນດ່າໜັງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ທ້າຍປີ 2025 ນີ້, ສູນການເງິນສາກົນຢູ່ຫວຽດນາມ ຈະໄດ້ນຳເຂົ້າເຄື່ອນໄຫວ.

ແຫຼ່ງຄັດຈາກ: vovworld.vn