ຫວຽດນາມ ຊຸກຍູ້ປະຕິບັດສັນຍາກ່ຽວກັບການອະນຸລັກຮັກສາຊີວະນາໆພັນທະເລຢ່າງມີປະສິດທິຜົນ
ສັນຍາ BBNJ ແມ່ນເອກະສານໃນຂອບເຂດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ຈະມີຜົນບັງຄັບໃຊ້ແຕ່ວັນທີ 17 ມັງກອນ 2026, ພາຍຫຼັງທີ່ມີ 60 ປະເທດໃຫ້ສັດຕະຍາບັນໃນວັນທີ 19 ກັນຍາ 2025.
    |
 |
|
ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ ເປັນປະທານເຫດການ. vov.vn |
ໃນຂອບເຂດສັບປະດາກົດໝາຍສາກົນ, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80, ຕອນບ່າຍວັນທີ 31 ຕຸລາ, ຫວຽດນາມ ໄດ້ພ້ອມກັບ ສິງປະໂປ ພ້ອມກັນຈັດກອງປະຊຸມສົນທະນາສາກົນ “ບັນດາບາດກ້າວທີ່ຈຳເປັນໃຫ້ແກ່ການປະຕິບັດສັນຍາວ່າດ້ວຍການອະນຸລັກຮັກສາຊີວະນາໆພັນທະເລ ແລະນຳໃຊ້ຊີວະນາໆພັນທະເລດຢູ່ບັນດາເຂດທະເລນອກຂອບເຂດຕັດສິນແຫ່ງຊາດແບບຍືນຍົງ (BBNJ): ສິ່ງທ້າທາຍ ແລະກາລະໂອກາດ”. ເຫດການດັ່ງກ່າວມີການເຂົ້າຮ່ວມຂອງບັນດານັກຊ່ຽວຊານ, ນັກຮຽນຮູ້ແຖວໜ້າໂລກກ່ຽວກັບກົດໝາຍທະເລ ແລະຜູ້ແທນຕາງໜ້າໃຫ້ເກືອບ 100 ປະເທດຢູ່ທະວີບຕ່າງໆ.
ສັນຍາ BBNJ ແມ່ນເອກະສານໃນຂອບເຂດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ຈະມີຜົນບັງຄັບໃຊ້ແຕ່ວັນທີ 17 ມັງກອນ 2026, ພາຍຫຼັງທີ່ມີ 60 ປະເທດໃຫ້ສັດຕະຍາບັນໃນວັນທີ 19 ກັນຍາ 2025. ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວເດີນສຳຄັນໃນຄວາມມານະພະຍາຍາມທົ່ວໂລກເພື່ອແນໃສ່ອະນຸລັກຮັກສາ ແລະຂຸດຄົ້ນຊີວະນາໆພັນທະເລຢູ່ບັນດາເຂດທະເລສາກົນແບບຍືນຍົງ, ດ້ວຍ 4 ເສົາຄໍ້າຫຼັກ, ລວມມີ: ການສຳຜັດ, ການຂຸດຄົ້ນ ແລະການແບ່ງປັນຜົນປະໂຫຍດຈາກແຫຼ່ງແຊນ ທະເລຢ່າງຍຸຕິທຳ; ສ້າງຕັ້ງ ແລະຄຸ້ມຄອງບັນດາເຂດອະນຸລັກຮັກສາທະເລ; ຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມສຳລັບບັນດາການເຄື່ອນໄຫວຢູ່ນອກຂອບເຂດຕັດສິນແຫ່ງຊາດ; ສ້າງກຳລັງຄວາມສາມາດ ແລະມອບໂອນເຕັກໂນໂລຢີທະເລ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ