leftcenterrightdel
ງານຕະຫຼາດນັດລະດູໃບໄມ້ຫຼົ່ນ. ພາບ: vov.vn

ພິເສດ, ມີຫຼາຍວາລະເຊື່ອມຕໍ່ສາກົນໄດ້ດຳເນີນດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດ ແລະອົງການສົ່ງເສີມທີ່ມາຈາກຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ສິງກະໂປ, ນິວຊີແລນ ແລະສະຫະພາບເອີຣົບ, ບັນດາເຫດທຸລະກຳດຶງດູດຄວາມສົນໃຈ ແລະການຕີລາຄາຢ່າງຕັ້ງໜ້າຂອງຄູ່ຮ່ວມມືຕ່າງປະເທດ.

ຕາມຕົວເລກຂອງກະຊວງອຸດສາຫະກຳ ແລະການຄ້າ, ລວມຍອດມູນຄ່າການສົ່ງອອກນຳເຂົ້າສິນຄ້າໃນ 9 ເດືອນຂອງປີ 2025 ຄາດວ່າບັນລຸກວ່າ 680 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 17,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ການສົ່ງອອກບັນລຸ 348,74 ຕື້ໂດລາສະຫະລັດ, ການນຳເຂົ້າບັນລຸ 331,92 ຕື້ໂດລາສະຫະລັດ. ງານຕະຫຼາດນັດລະດູໃບໄມ້ຫຼົ່ນຄັ້ງທີ 1 ໄດ້ດຳເນີນໃນໄຕມາດທີ 4 ແມ່ນໂອກາດເພື່ອໃຫ້ວິສາຫະກິດຫວຽດນາມ ເຊັນສັນຍາຜະລິດ ແລະເພີ່ມທະວີການນຳເຂົ້າໃນໂອກາດທ້າຍປີນີ້, ສູ້ຊົນບັນລຸໄດ້ເປົ້າໝາຍທີ່ວາງອອກ.

leftcenterrightdel
ວິສາຫະກິດນິວຊີແລນ ຊອກຮູ້ກ່ຽວກັບຜະລິດຕະພັນຂອງຫວຽດນາມ. ພາບ: vov.vn

ທ່ານ ຟຸ່ງວັນແທັ່ງ, ອະດີດທູດການຄ້າ, ຫ້ອງການການຄ້າຫວຽດນາມ ປະຈຳ ຟີລິບປິນ ໃຫ້ຮູ້ວ່າ: “ຂ້າພະເຈົ້າໄດ້ນໍາວິສາຫະກິດຈຳນວນໜຶ່ງ, ພິເສດແມ່ນບັນດາວິສາຫະກິດທີ່ດຳເນີນທຸລະກິດກວ່າ 70 ປີແລ້ວມາຫວຽດນາມ ຊອກຫາບັນດາປະເພດຜະລິດຕະພັນກະເສດ ແລະອຸດສາຫະກຳຢູ່ຫວຽດນາມ, ຢາກຊອກຫາບັນດາໂອກາດຮ່ວມມືກັບວິສາຫະກິດຢູ່ພາຍໃນປະເທດເພື່ອເປີດກວ້າງການລົງທຶນ ກໍຄືຊອກຫາໂອກາດລົງທຶນ, ສ້າງໂຮງຈັກໂຮງງານເພື່ອສະໜອງບັນດາການບໍລິການຢູ່ຫວຽດນາມ”.

ແຫຼ່ງຄັດຈາກ: vovworld.vn