ພາສີຫວຽດນາມ - ກໍາປູເຈຍ ເພີ່ມທະວີການຮ່ວມມືໃນການຕໍ່ສູ້ຕ້ານການຄ້າເຖື່ອນ
ກປ.ອອນໄລ - ໃນລະຫວ່າງວັນທີ 29-30 ຕຸລາ ທີ່ແຂວງ ເລິມດົ່ງ, ພາສີຫວຽດນາມ ໄດ້ຈັດຕັ້ງກອງປະຊຸມພາສີຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 6 ໂດຍມີການເຂົ້າຮ່ວມຂອງບັນດາຫົວໜ່ວຍທີ່ປະຕິບັດວຽກງານຄວບຄຸມແຕ່ລະດັບສູນກາງຈົນເຖິງລະດັບທ້ອງຖິ່ນຂອງພາສີສອງປະເທດ.
ກ່າວຄຳປາໄສເປີດກອງປະຊຸມ, ທ່ານ ຫວູກວາງຕວານ, ຫົວໜ້າພະແນກສືບສວນຕ້ານການຄ້າເຖື່ອນ, ຫົວໜ້າຄະນະຜູ້ແທນພາສີຫວຽດນາມ, ໄດ້ເນັ້ນໜັກວ່າ: "ຜ່ານກອງປະຊຸມ 5 ຄັ້ງ, ສອງຝ່າຍໄດ້ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານຢ່າງບໍ່ຢຸດຢັ້ງ, ສົມທົບກັນກວດກາ, ຄວບຄຸມຊາຍແດນ, ແລະຜັນຂະຫຍາຍຫຼາຍການເຄື່ອນໄຫວຮ່ວມມືດ້ານວິຊາສະເພາະຢ່າງແທດຈິງ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍໃນການເຄື່ອນໄຫວການຄ້າສອງຝ່າຍ ແລະໃນພາກພື້ນ".
    |
 |
|
ຜູ້ຕາງໜ້າພາສີຫວຽດນາມ - ກໍາປູເຈຍ ລົງນາມບົດບັນທຶກກອງປະຊຸມເພື່ອແນໃສ່ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື. ພາບ: qdnd.vn |
ໃນກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນກ່ຽວກັບມາດຕະການຮ່ວມມືຢ່າງລະອຽດ, ພ້ອມທັງແບ່ງປັນປະສົບການທີ່ດີໃນວຽກງານປ້ອງກັນ, ຕ້ານການຄ້າເຖື່ອນ ແລະການຄ້າຂ້າມຊາຍແດນທີ່ຜິດກົດໝາຍ.
ສິ້ນສຸດກອງປະຊຸມ, ທັງສອງຝ່າຍໄດ້ລົງນາມໃນບົດບັນທຶກກອງປະຊຸມເພື່ອແນໃສ່ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນວິຊາສະເພາະ. ຜົນສໍາເລັດຂອງກອງປະຊຸມຄັ້ງທີ 6 ສືບຕໍ່ຢືນຢັນ ຄວາມຕັດສິນໃຈລວມ ແລະບົດບາດນໍາໜ້າຂອງກຳລັງພາສີຂອງສອງປະເທດໃນການຕໍ່ສູ້ຕ້ານການຄ້າເຖື່ອນ, ປົກປັກຮັກສາຄວາມໝັ້ນຄົງທາງການຄ້າ, ປະກອບສ່ວນສ້າງຊາຍແດນສັນຕິພາບ, ສະຖຽນລະພາບ ແລະພັດທະນາແບບຍືນຍົງ.
ໂດຍ: ຈາງຫງວຽນ