ອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນໃນເບື້ອງຕົ້ນໄດ້ເຄື່ອນໄຫວເປັນປົກກະຕິ, ລຸລ່ວງໃນ 1 ເດືອນຜ່ານມາ
ໜຶ່ງໃນບັນດາໝາກຜົນພົ້ນເດັ່ນເມື່ອຮູບແບບຕາແສງໃໝ່ນຳເຂົ້າເຄື່ອນໄຫວແມ່ນເລື່ອງ ແກ້ໄຂລະບຽບການບໍລິຫານໃຫ້ແກ່ປະຊາຊົນ ແລະວິສາຫະກິດ, ໂດຍບໍ່ພຽງແຕ່ໄດ້ຮັບການຮັບປະກັນເທົ່ານັ້ນ, ຫາກຍັງສະດວກ, ໄວກວ່າອີກດ້ວຍ.
ວັນທີ 01 ສິງຫາ, ແມ່ນຄົບຮອບ 1 ເດືອນທີ່ແຜນການບໍລິຫານ ຫວຽດນາມ ຍັງເຫຼືອແຕ່ 34 ແຂວງ, ນະຄອນ ແລະບັນດາທ້ອງຖິ່ນ ເຄື່ອນໄຫວຕາມຮູບແບບອຳນາດການປົກຄອງ 2 ຂັ້ນ. ໃນ 1 ເດືອນຜ່ານມາ, ອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນໄດ້ເຄື່ອນໄຫວເປັນປົກກະຕິ, ລຸລ່ວງ.
ໜຶ່ງໃນບັນດາໝາກຜົນພົ້ນເດັ່ນເມື່ອຮູບແບບຕາແສງໃໝ່ນຳເຂົ້າເຄື່ອນໄຫວແມ່ນເລື່ອງແກ້ໄຂລະບຽບການບໍລິຫານໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ, ໂດຍບໍ່ພຽງແຕ່ໄດ້ຮັບການຮັບປະກັນເທົ່ານັ້ນ, ຫາກຍັງສະດວກ, ໄວກວ່າອີກດ້ວຍ. ສິ່ງດັ່ງກ່າວໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊົນ.
    |
 |
ຮູບແບບຕາແສງໃໝ່ແກ້ໄຂລະບຽບການບໍລິຫານໃຫ້ແກ່ປະຊາຊົນ ແລະ ວິສາຫະກິດສະດວກ, ໄວກວ່າ. ພາບ: vov.vn |
“ເມື່ອຂ້າພະເຈົ້າມາເຮັດວຽກ, ພະນັກງານມີຄວາມສຸດຈິດສຸດໃຈ, ລອບຄອບ, ແນະນຳຢ່າງລະອຽດ, ສະນັ້ນ, ຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈ ແລະ ທຸກວຽກງານແມ່ນສາມາດເຮັດໄດ້ໄວ, ບໍ່ເສຍເວລາ”.
“ເມື່ອມາເຮັດບັນດາລະບຽບການ, ຂ້າພະເຈົ້າເຫັນວ່າມີຄວາມສະດວກກວ່າ. ກ່ອນນີ້ມີຫຼາຍລະບຽບການຕ້ອງໄປຂັ້ນເມືອງ. ປະຈຸບັນ, ຂັ້ນຕາແສງໄດ້ແກ້ໄຂໂດຍກົງຫຼາຍຂັ້ນຕອນໃຫ້ແກ່ປະຊາຊົນ. ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອອຳນາດການປົກຄອງ 2 ຂັ້ນໄດ້ນຳເຂົ້າເຄື່ອນໄຫວ”.
ທີ່ກອງປະຊຸມຕີລາຄາສະພາບການປະຕິບັດການສັບຊ້ອນກົງຈັກລັດ, ຫົວໜ່ວຍບໍລິຫານ ແລະ ສະຫຼຸບ 1 ເດືອນການເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນທີ່ຈັດຂຶ້ນໃນວັນທີ 28 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ເນັ້ນໜັກວ່າ:
“ຄົບຮອບ 1 ເດືອນຂອງການເຄື່ອນໄຫວອຳນາດການປົກຄອງ 2 ຂັ້ນ, ຫັນປ່ຽນສະພາບການໄປສູ່ “ພື້ນຖານບໍລິຫານເປັນເຈົ້າການຮັບໃຊ້ປະຊາຊົນ - ພື້ນຖານບໍລິຫານແຫ່ງການສ້າງສັນ”. ເຖິງຢ່າງໃດກໍ່ຕາມ, ຄວາມຫຍຸ້ງຍາກຍັງຫຼາຍຢູ່, ຕ້ອງສືບຕໍ່ມານະພະຍາຍາມເພື່ອປັບປຸງ, ແນະນຳ, ແກ້ໄຂຢ່າງທັນການ, ມີປະສິດທິຜົນສູງດ້ວຍຈິດໃຈສູງສຸດແມ່ນທຸກສິ່ງທຸກຢ່າງແມ່ນເພື່ອປະເທດຊາດ ແລະ ປະຊາຊົນ”.
ແຫຼ່ງຄັດຈາກ: vovworld.vn