ຕາມນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2025), ຕອນເຊົ້າວັນທີ 27 ກໍລະກົດ, ຢູ່ທັງພາກເໜືອ, ພາກກາງ ແລະພາກໃຕ້ປະເທດ ລາວ ໄດ້ຈັດກິດຈະກຳອາໄລຫາ, ຕອບບຸນແທນຄຸນບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ.

leftcenterrightdel
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ແລະຄະນະຜູ້ແທນເຂົ້າຮ່ວມພິທີໄຫວ້ອາໄລ. ພາບ: ສໍານັກຂ່າວສານຫວຽດນາມ

ຢູ່ແຂວງ ຊຽງຂວາງ, ທາງພາກເໜືອຂອງ ລາວ, ໄດ້ຈັດພິທີສວດມົນພາວະນາອາໄລຫາບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ເນັ້ນໜັກວ່າ ໃນຕະຫຼອດໄລຍະປະຫວັດສາດແຫ່ງການຕໍ່ສູ້ທີ່ລຳບາກກາກກຳຕ້ານສັດຕູໂຕດຽວ, ພາຍໃຕ້ການຊີ້ນຳຂອງການນຳ 2 ພັກ, ມີທະຫານອາສາສະໝັກ ແລະນັກຊ່ຽວຊານ ຫວຽດນາມ ຫຼາຍຄົນໄດ້ຄຽງບ່າຄຽງໄຫຼ່ພ້ອມກັບການປະຕິວັດຂອງລາວ, ຖືປະຊາຊົນ ລາວ ຄືດັ່ງອ້າຍນ້ອງດຽວກັນ, ພ້ອມກັນແບ່ງທຸກແບ່ງສຸກ, ຕໍ່ສູ້ຢ່າງພິລະອາດຫານ. ກົງກັນຂ້າມ, ທະຫານອາສາສະໝັກ ຫວຽດນາມ ຍາມໃດກໍ່ໄດ້ຮັບການອູມຊູຊ່ວຍເຫຼືອທີ່ເຕັມໄປດ້ວຍນ້ຳໃຈຂອງປະຊາຊົນລາວ.

ຢູ່ທາງພາກກາງຂອງ ລາວ, ຄະນະຜູ້ແທນສະຖາກົງສູງ ຫວຽດນາມ ປະຈຳ ສະຫວັນນະເຂດ, ໄດ້ສົມທົບກັບອຳນາດການປົກຄອງເມືອງ ເຊໂປນ ຈັດພິທີຖະຫວາຍທູບທຽນ, ດອກໄມ້ຢູ່ຫໍພິພິຕະພັນມູນເຊື້ອຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ, ຢູ່ບ້ານ ດົງ ແລະເຂດອະນຸສາວະລີ ບັ້ນຮົບ ລາມເຊີນ 719.

ຕອນເຊົ້າວັນດຽວກັນ, ຢູ່ທາງພາກໃຕ້ຂອງ ລາວ, ຄະນະຜູ້ແທນສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ແຂວງ ຈຳປາສັກ, ກໍ່ໄດ້ໄປຖະຫວາຍທູບທຽນຢູ່ເຂດອະນຸສາວະລີຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ຢູ່ເມືອງ ປາຊ່ອງ, ເປັນແຫ່ງຈົດຈຳນ້ຳໃຈຮ່ວມສຳພັນສູ້ຮົບລະຫວ່າງ 2 ຊາດ.

ໂດຍ: ກວຽດເຕິມ