ທ່ານ ຮວ່າງຄັກຢາງ, ປະທານສະມາຄົມຫວຽດນາມ ຢູ່ Gyeongnam ໄດ້ກ່າວຄຳປາໄສຢ່າງເລິກເຊິ່ງກ່ຽວກັບເຫດຜົນຂອງການສ້າງຕັ້ງສະມາຄົມ. ທ່ານເນັ້ນໜັກເຖິງຄວາມມຸ່ງມາດປາດຖະໜາຢາກຮັດແໜ້ນນໍ້າໃຈສາມັກຄີ, ເພີ່ມທະວີການໜູນຊ່ວຍເຊິ່ງກັນ ແລະກັນໃນປະຊາຄົມ, ພ້ອມທັງຮັກສາ ແລະແຜ່ຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງຊາດ.

leftcenterrightdel
ບັນດາຜູ້ແທນ ແລະແຂກຖືກເຊີນຖ່າຍຮູບເປັນທີ່ລະນຶກ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາງໜ້າໃຫ້ຝ່າຍຫວຽດນາມ, ທ່ານ ຫງວຽນແທງຮຸ່ງ, ຮອງຫົວໜ້າສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ Busan ໄດ້ກ່າວຄຳປາໄສຊົມເຊີຍ, ຢືນຢັນເຖິງການສະໜັບສະໜູນຂອງສະຖານກົງສຸນໃຫຍ່ໃຫ້ສະມາຄົມ. ນອກຈາກນັ້ນ, ແຂກຜູ້ມີກຽດຈາກ ສ.ເກົາຫຼີ ຍັງໄດ້ສົ່ງຄຳອວຍພອນອັນດີງາມ, ລະດົມກໍາລັງໃຈໃຫ້ສະມາຄົມສືບຕໍ່ກ້າວໄປໜ້າ.

ເລື່ອງສ້າງຕັ້ງສະມາຄົມຊາວຫວຽດນາມ ຢູ່ Gyeongnam ຈະແມ່ນຂົວເຊື່ອມຕໍ່ທີ່ໝັ້ນຄົງ, ຊ່ວຍໃຫ້ປະຊາຄົມຊາວຫວຽດນາມ ຢູ່ທີ່ນີ້ນັບມື້ນັບພັດທະນາ, ສາມັກຄີ ແລະເຊື່ອມໂຍງເຂົ້າກັບສັງຄົມຂອງ ສ.ເກົາຫຼີ ຢ່າງເລິກເຊິ່ງກ່ວາອີກ, ພ້ອມທັງຮັກສາ ແລະເສີມຂະຫຍາຍລັກສະນະສະເພາະວັດທະນະທຳຂອງປະເທດຫວຽດນາມ.

ໂດຍ: ຈາງຫງວຽນ