leftcenterrightdel
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ບຸ່ຍແທັງເຊີນ ລົງກວດກາຕົວຈິງຢູ່ບັນດາສະຖານທີ່ວາງແຜນຜັງກໍ່ສ້າງໂຮງງານໄຟຟ້ານິວເຄຼຍ. ພາບ: vov

ຕອນບ່າຍວັນທີ  24 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ບຸ່ຍແທັງເຊີນ ໄດ້ລົງກວດກາຕົວຈິງຢູ່ບັນດາສະຖານທີ່ວາງແຜນຜັງກໍ່ສ້າງໂຮງງານໄຟຟ້ານິວເຄຼຍ ນິງທ້ວນ 1 ແລະ 2 ຢູ່ເຂດຕາແສງ ວິງຫາຍ, ຕາແສງ ເຟືອກຢິງ, ແຂວງແຄງຮວ່າ. ທີ່ບັນດາສະຖານທີ່ສຳຫຼວດກວດກາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ບຸ່ຍແທັງເຊີນ ໄດ້ຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ປະຊາຊົນເຂດໂຄງການໂດຍກົງ ແລະຮັບຟັງຄວາມມຸ່ງມາດປາດຖະໜາຂອງພໍ່ແມ່ປະຊາຊົນ, ພິເສດແມ່ນບັນຫາຕັ້ງຖິ່ນຖານຄົງທີ່ຂຶ້ນໃໝ່ ແລະຮັບປະກັນການຫາເງິນລ້ຽງຊີບພາຍຫຼັງຍົກຍ້າຍ.

ສຳລັບທ້ອງຖິ່ນ ແລະບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກຸ່ມບໍລິສັດໄຟຟ້າຫວຽດນາມ ຮີບເຮັ່ງສ້າງບົດລາຍງານຄວາມເປັນໄປໄດ້ໃຫ້ສົມບູນແບບ; ກະຊວງອຸດສາຫະກຳ ແລະການຄ້າ ແລະບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຍູ້ໄວການເຈລະຈາກັບບັນດາຄູ່ຮ່ວມມືກ່ຽວກັບໂຄງການ ນິງທ້ວນ 1; ແຂວງແຄງຮວ່າ ຕ້ອງສືບຕໍ່ຍູ້ໄວການບຸກເບີກໜ້າພຽງ, ເລີ່ມລົງມືກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ໂດຍໄວ. ທ່ານ ກໍ່ມອບໃຫ້ກະຊວງຍຸຕິທຳ ສືບຕໍ່ປະຕິບັດບັນດາກົນໄກ, ນະໂຍບາຍພິເສດສະເພາະເພື່ອໜູນຊ່ວຍແຂວງແຄງຮວ່າ ໃນວິວັດການກະກຽມຜັນຂະຫຍາຍໂຄງການໂຮງງານໄຟຟ້ານິວເຄຼຍ ທີ່ຍັງມີຜົນສັກສິດພາຍຫຼັງການໂຮມແຂວງ; ທ່ານ ຢືນຢັນວ່າ ລັດຖະບານ ຈະຮ່ວມເດີນທາງ, ແກ້ໄຂຂໍ້ຕິດຂັດຢ່າງທັນການ ເພື່ອໃຫ້ບັນດາໂຄງການໄຟຟ້ານິວເຄຼຍ ໄດ້ຮັບການຜັນຂະຫຍາຍຖືກຕາມຄວາມຄືບໜ້າ, ປອດໄພ ແລະມີປະສິດທິຜົນ.

ແຫຼ່ງຄັດຈາກ: vovworld.vn