leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: baochinhphu.vn

ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຊີ້ແຈ້ງວ່າ ນັບແຕ່ນີ້ຮອດທ້າຍປີ ຍັງເຫຼືອພຽງແຕ່ 5 ເດືອນ, ປະລິມານວຽກງານຍັງຫຼາຍ, ໃນຂະນະນັ້ນ ຄຳຮຽກຮ້ອງໄດ້ວາງອອກແມ່ນພື້ນຖານໂຄງລ່າງຕ້ອງໄປກ່ອນ, ເປີດທາງ, ເປັນພື້ນຖານ, ສ້າງປະຖົມປັດໄຈໃຫ້ແກ່ບັນດາຂະແໜງການ, ທ້ອງຖິ່ນ, ສ້າງກຳລັງໜູນໃໝ່ໃຫ້ແກ່ປະເທດຊາດ, ເປີດພື້ນທີ່ພັດທະນາໃໝ່, ເພີ່ມກຳລັງແກ່ງແຍ້ງຂອງຜະລິດຕະພັນພາຍໃນປະເທດ ແລະສາກົນ, ພິເສດໃນສະພາບການທົ່ວປະເທດຫາກໍ່ປະຕິບັດ 1 ເດືອນ ຂອງການດຳເນີນຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນສຳເລັດ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີວ່າ: “ນັບແຕ່ນີ້ຮອດທ້າຍປີ 2025, ຕ້ອງກໍ່ສ້າງເສັ້ນທາງດ່ວນສຳເລັດຢ່າງໜ້ອຍສຸດ 3.000 ກິໂລແມັດ ທາງດ່ວນ ຢ່າງເດັດຂາດ, ນີ້ແມ່ນເປົ້າໝາຍຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ໄດ້ວາງອອກ. ຍ້ອນຄຸນລັກສະນະ ແລະຄວາມໝາຍຂອງໜ້າທີ່, ພວກເຮົາຖືນີ້ແມ່ນ ຄຳສັ່ງຈາກຫົວໃຈ ແລະຈິດໃຈຄວາມຮັບຜິດຊອບອັນສູງສຸດທີ່ມີຕໍ່ນ້ຳໃຈຂອງການປະຕິວັດເດືອນສິງຫາ”.

ແຫຼ່ງຄັດຈາກ: vovworld.vn