ນາຍົກລັດຖະມົນຕີ ຊີ້ນຳສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ, ດິນເຊາະເຈື່ອນ ຢູ່ແຂວງເຊີນລາ
ກປ.ອອນໄລ - ນາຍົກລັດຖະມົນຕີ ຫາກໍ່ມີໂທລະເລກທາງການກ່ຽວກັບການສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ, ດິນເຊາະເຈື່ອນຢູ່ແຂວງເຊີນລາ ແລະເປັນເຈົ້າການຮັບມືກັບຝົນຕົກ, ນໍ້າຖ້ວມ ໃນໄລຍະຈະມາເຖິງ.
ຕາມການສັງລວມຂອງກະຊວງກະສິກຳ ແລະສິ່ງແວດລ້ອມ (ຈາກການລາຍງານຂອງຄະນະກໍາມະການປະຊາຊົນແຂວງເຊີນລາ) ແລ້ວ, ໃນຕອນກາງຄືນວັນທີ 26 ກໍລະກົດ ແລະເຊົ້າວັນທີ 27 ກໍລະກົດ, ໃນບໍລິເວນຕາແສງຊົງມ໊າ, ສົບກົບ, ຫ້ວຍມົດ, ຈ່ຽງເຊີ ມີຝົນຕົກໜັກ, ເກີດນ້ຳຖ້ວມ, ດິນເຊາະເຈື່ອນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະຫາຍສາບສູນ 4 ຄົນ. ຄະນະກໍາມະການປະຊາຊົນແຂວງເຊີນລາ ແລະອົງການທີ່ກ່ຽວຂ້ອງໄດ້ຜັນຂະຫຍາຍວຽກງານຊອກຫາກູ້ໄພຢ່າງຮີບດ່ວນ ແລະແກ້ໄຂຜົນຮ້າຍຢ້ອນຫຼັງ.
    |
 |
ສະຖານທີ່ເກີດເຫດນໍ້າແກ່ງຢູ່ຕາແສງຈ່ຽງເຊີ, ແຂວງເຊີນລາ. ພາບ: baochinhphu.vn |
ນາຍົກລັດຖະມົນຕີ ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວ, ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງຍາດຕິພີ່ນ້ອງຂອງບັນດາຄອບຄົວຜູ້ເສຍຊີວິດ, ຫາຍສາບສູນ, ພ້ອມທັງແບ່ງປັນຕໍ່ຄວາມຫຍຸ້ງຍາກ, ຄວາມເສຍຫາຍຂອງປະຊາຊົນຢູ່ເຂດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ. ເພື່ອສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ, ດິນເຊາະເຈື່ອນຢູ່ແຂວງເຊີນລາ, ພ້ອມທັງເປັນເຈົ້າການຮັບມືກັບຝົນຕົກ, ນໍ້າຖ້ວມໃນໄລຍະຈະມາເຖິງ, ຮັບປະກັນຄວາມປອດໄພດ້ານຊັບສິນ ແລະຊີວິດຂອງປະຊາຊົນ, ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ກະຊວງປ້ອງກັນປະເທດ, ກະຊວງຕໍາຫຼວດ ຊີ້ນໍາກໍາລັງກອງທັບ, ຕໍາຫຼວດ ທີ່ຕັ້ງທັບໃນບໍລິເວນ ຕ້ອງເປັນເຈົ້າການສົມທົບກັບກໍາລັງຢູ່ກັບທີ່ຂອງແຂວງເຊີນລາ ສຸມໃສ່ຊອກຫາຜູ້ສູນຫາຍ ແລະໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ, ດິນເຊາະເຈື່ອນຢ່າງວ່ອງໄວ. ພ້ອມທັງຊີ້ນຳລະດົມບັນດາພາຫະນະ, ອຸປະກອນທີ່ຈຳເປັນ (ລວມທັງໂດຣນ) ເພື່ອໜູນຊ່ວຍທ້ອງຖິ່ນກວດກາຄືນ, ຄົ້ນພົບເຂດສ່ຽງໄພນ້ຳຖ້ວມ, ດິນເຊາະເຈື່ອນເພື່ອເຕືອນໄພ, ເຄື່ອນຍ້າຍປະຊາຊົນໂດຍໄວ...
ໂດຍ: ເຈິ່ນຮວ່ຽນ