25 ປີຕະຫຼາດຫຼັກຊັບຫວຽດນາມ: ກຽມພ້ອມໃຫ້ແກ່ໄລຍະພັດທະນາໃໝ່
ວັນທີ 28 ກໍລະກົດ 2000, ຕະຫຼາດຫຼັກຊັບຫວຽດນາມ ເຂົ້າເຄື່ອນໄຫວຢ່າງເປັນທາງການດ້ວຍຫຸ້ນ 2 ລະດັບ, ມີຂອບຂະໜາດທຶນພຽງປະມານ 0,2% GDP. ມາຮອດປັດຈຸບັນ, ຫວຽດນາມ ມີວິສາຫະກິດກວ່າ 1.600 ແຫ່ງເຂົ້າຮ່ວມຕະຫຼາດ, ດ້ວຍຂອບຂະໜາດຫັນຕະຫຼາດຫຸ້ນ ແລະພັນທະບັດເປັນທຶນເກືອບ 100% GDP.
    |
 |
ສຳນັກງານຂອງພະແນກຕະຫຼາດຫຼັກຊັບນະຄອນ ໂຮ່ຈີມິນ (HOSE). ພາບ: vneconomy.vn |
ພາຍຫຼັງ 25 ປີ, ຕະຫຼາດຫຼັກຊັບຫວຽດນາມ ສ້າງຂີດໝາຍຫຼາຍບາດກ້າວ. ພົ້ນເດັ່ນແມ່ນຫວຽດນາມ ໄດ້ສ້າງພື້ນຖານຕິດຕໍ່ຄ້າຂາຍທັນສະໄໝ, ເປີດກວ້າງຂອບຂະໜາດ ແລະເພີ່ມທະວີລວງເລິກ, ມີການຊຳລະແຖວໜ້າອາຊຽນ, ດຶງດູດທຶນສາກົນ. ພິເສດ, ຕະຫຼາດຫຼັກຊັບຫວຽດນາມ ໄດ້ຢັ້ງຢືນບົດບາດ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າແຕ່ລະໄລຍະພັດທະນາຂອງປະເທດຊາດ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງຕະຫຼາດຫຼັກຊັບຫວຽດນາມ ທີ່ໄດ້ດຳເນີນໃນວັນທີ 28 ກໍລະກົດ, ຢູ່ນະຄອນໂຮ່ຈີມິນ, ທ່ານ ຫງວຽນດຶກຈີ ຮອງລັດຖະມົນຕີກະຊວງການເງິນ ຢັ້ງຢືນວ່າ: ຫຼັກຊັບແມ່ນຊ່ອງທາງລະດົມທຶນໃນໄລຍະກາງ ແລະໄລຍະຍາວສຳຄັນໃຫ້ແກ່ພື້ນຖານເສດຖະກິດ. ຕະຫຼາດຫຼັກຊັບສ່ອງແສງຄວາມເຂັ້ມແຂງຂອງພື້ນຖານເສດຖະກິດ, ແງ່ຫວັງຂອງພື້ນຖານເສດຖະກິດ, ຄວາມສາມາດຂອງບັນດາວິສາຫະກິດໃນພື້ນຖານເສດຖະກິດນັ້ນ. ພາຍຫຼັງ 25 ປີແຫ່ງການພັດທະນາ, ພວກເຮົາໄດ້ກໍ່ສ້າງ ແລະສະສົມບັນດາຜົນງານຫຼາຍພໍສົມຄວນ, ເພື່ອຈາກນັ້ນສ້າງບາດກ້າວກະໂດດຂັ້ນກ່ຽວກັບຄຸນນະພາບ, ນຳຕະຫຼາດຫຼັກຊັບ ຫວຽດນາມພັດທະນາຂຶ້ນສູ່ລະດັບສູງໃໝ່.
ປັດຈຸບັນ, ຫວຽດນາມ ພວມຜັນຂະຫຍາຍການສ້າງກອບນິຕິກຳຢ່າງໂປ່ງໃສໃຫ້ສຳເລັດຜົນ, ເໝາະສົມກັບທຳນຽມສາກົນ. ພ້ອມທັງຍູ້ແຮງການຫັນເປັນດີຈີຕອນ, ຫັນພື້ນຖານໂຄງລ່າງເຕັກໂນໂລຢີເປັນທັນສະໄໝ, ຍົກລະດັບຕະຫຼາດໂດຍໄວເພື່ອດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດ.
ແຫຼ່ງຄັດຈາກ: vovworld.vn