ຮ່າໂນ້ຍ ຮັບເອົາຄຳເຫັນປະກອບໃສ່ຮ່າງເອກະສານກອງປະຊຸມໃຫຍ່ອົງຄະນະພັກນະຄອນ
ຕອນເຊົ້າວັນທີ 18 ກໍລະກົດ, ຄະນະພັກນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມຮັບເອົາຄຳເຫັນຈາກຜູ້ແທນຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ນັກສິລະປິນສິລະປະກອນ, ບັນດານັກວິທະຍາສາດ, ເລຂາຄະນະພັກ, ຜູ້ອຳນວຍການໂຮງຮຽນ, ປະທານສະພາບັນດາມະຫາວິທະຍາໄລ, ວິທະຍາໄລ, ສະຖາບັນໃນບໍລິເວນນະຄອນ ປະກອບໃສ່ຮ່າງເອກະສານກອງປະຊຸມໃຫຍ່ XVIII ອົງຄະນະພັກນະຄອນຮ່າໂນ້ຍ, ອາຍຸການ 2025-2030.
    |
 |
ທ່ານ ສຈ.ປອ ເລແອັງຕວັນ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn |
ໃນກອງປະຊຸມ, ຜູ້ແທນສ່ວນຫຼາຍມີຄວາມເຫັນດີເຫັນພ້ອມຕໍ່ຮ່າງເອກະສານຂອງນະຄອນ ເມື່ອໝູນໃຊ້ມະຕິບຸກທະລຸ 04 ສະບັບໃນເງື່ອນໄຂຕົວຈິງຂອງຮ່າໂນ້ຍ. ທ່ານ ສຈ.ປອ ເລແອັງຕວັນ, ເລຂາຄະນະພັກມະຫາວິທະຍາໄລສັບພະວິຊາ, ປະທານສະພາມະຫາວິທະຍາໄລສັບພະວິຊາ, ສະເໜີວ່າ: “ເລື່ອງດຶງດູດຜູ້ມີຄວາມເກັ່ງກ້າສາມາດ, ມີລະດັບຄວາມຮູ້ສູງມາເຮັດວຽກຢູ່ຮ່າໂນ້ຍນີ້ແມ່ນຕ້ອງຕິດພັນກັບລະບົບນິເວດນະວັດຕະກຳ, ລວມມີເຂດອຸດສາຫະກຳເຕັກໂນໂລຢີສູງ, ຫ້ອງທົດລອງແຫ່ງຊາດ, ສູນຄົ້ນຄວ້າທີ່ກ້າວໜ້າ, ຮາກຖານການສຶກສາຂັ້ນມະຫາວິທະຍາໄລແຖວໜ້າ, ກອງທຶນພັດທະນາວິທະຍາສາດເຕັກໂນໂລຢີ, ກອງເງິນລົງທຶນ… ນີ້ແມ່ນລະບົບນິເວດເພື່ອດຶງດູດຜູ້ມີຄວາມເກັ່ງກ້າສາມາດ”.
ບັນດາຜູ້ແທນກໍຕີລາຄາສູງ ແລະເຫັນດີຕໍ່ຮ່າງເອກະສານໃນການກຳນົດ 5 ຂົງເຂດບຸລິມະສິດຂອງຮ່າໂນ້ຍ ໃນໄລຍະ 2025-2030 ນັ້ນແມ່ນ: ລົງທຶນພື້ນຖານໂຄງລ່າງຄົມມະນາຄົມ; ວັດທະນະທຳ, ການສຶກສາ; ພັດທະນາພື້ນຖານໂຄງລ່າງອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານ, ອຸດສາຫະກຳເຕັກໂນໂລຢີດີຈີຕອນ, ປົກປັກຮັກສາສິ່ງແວດລ້ອມ; ແກ້ໄຂຈຸດອຸດຕັນ, ຂໍ້ຕິດຄັດເພື່ອນຳບັນດາໂຄງການທີ່ຊັກຊ້າໄດ້ຮັບການຈັດຕັ້ງຜັນຂະຫຍາຍນຳເຂົ້າເຄື່ອນໄຫວ; ດຶງດູດນັກລົງທຶນເຂົ້າບັນດາເຂດອຸດສາຫະກຳສູງ.
ແຫຼ່ງຄັດຈາກ: vovworld.vn