ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮຽກຮ້ອງຊຸກຍູ້ການທູດເສດຖະກິດ
ຊຸກຍູ້ການທູດເສດຖະກິດ, ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ທີ່ການເຮັດວຽກກັບບັນດາຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ກ່ຽວກັບວຽກງານຍູ້ແຮງການທູດເສດຖະກິດ, ທີ່ຈັດຂຶ້ນໃນຕອນຄ່ຳວັນທີ 22 ກໍລະກົດ, ຢູ່ສຳນັກງານນາຍົກລັດຖະມົນຕີ ທີ່ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ສະເໜີຜັນຂະຫຍາຍບັນດາມາດຕະການແກ້ໄຂຢ່າງຄົບຊຸດເລື່ອງຫັນຕະຫຼາດ, ຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ສົ່ງເສີມດ້ານການຄ້າ; ຂຸດຄົ້ນສັນຍາການຄ້າເສລີ 17 ສະບັບ (FTA) ທີ່ໄດ້ລົງນາມແລ້ວໃຫ້ມີປະສິດທິຜົນ, ພ້ອມກັນນັ້ນ, ຊຸກຍູ້ການລົງນາມບັນດາສັນຍາການຄ້າເສລີທີ່ໄດ້ຕົກລົງໃນຂັ້ນສູງແລ້ວ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: “ການທູດເສດຖະກິດແມ່ນໜຶ່ງໃນບັນດາຈຸດສຸມຂອງຂະແໜງການທູດໃນຍຸກສະໄໝໃໝ່. ສະນັ້ນ, ພວກເຮົາຕ້ອງເຊື່ອມຕໍ່ກັບບັນດາພື້ນຖານເສດຖະກິດຢ່າງແໜ້ນແຟ້ນ, ກວມລວມ, ຮອບດ້ານກວ່າ ແລະ ໃນຕົວຈິງ ພວກເຮົາຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເຮັດ. ຂໍ້ຕົກລົງຂັ້ນສູງແມ່ນດີແລ້ວ, ປະຈຸບັນ ບັນດາເອກອັກຄະລັດຖະທູດ, ບັນດາອົງການ, ກະຊວງ, ຂະແໜງການຕ້ອງຜັນຂະຫຍາຍໃນທັນທີ”.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: chinhphu.vn |
ທ່ານນາຍົກລັດຖະມົນຕີ ໃສ່ໃຈວ່າ ຕ້ອງສິ້ນສຸດການເຈລະຈາ FTA ກັບກຸ່ມຕະຫຼາດລວມອາເມລິກາໃຕ້ (MERCOSUR), ບຣາຊິນ ໂດຍໄວ; ຊຸກຍູ້ການລົງນາມໃນສັນຍາການຄ້າດ້ານເຂົ້າສານກັບ 5 ປະເທດ, ຄື: ອິນໂດເນເຊຍ, ຟີລິບປິນ, ມາເລເຊຍ, ສິງກະໂປ, ບຣາຊິນ; ຊຸກຍູ້ບັນດາໂຄງການເສັ້ນທາງລົດໄຟເຊື່ອມຕໍ່ ຈີນ, ອາຊີກາງ…
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ