ດ້ວຍຫົວຂໍ້ວ່າ “ນັກປັນຍາຊົນໜຸ່ມຫວຽດນາມທົ່ວໂລກ ປະກອບເຫື່ອແຮງພ້ອມກັບປະເທດກ້າວເຂົ້າສູ່ສັງກາດໃໝ່”, ທີ່ເວທີປາໄສ, ບັນດາຜູ້ແທນໄດ້ຍົກອອກມາມາດຕະການແກ້ໄຂ, ຂໍ້ສະເໜີແນະໃນ 4 ຂົງເຂດຕົ້ນຕໍ, ຄື: ໝູນໃຊ້ປັນຍາປະດິດ (AI) ແລະເຕັກໂນໂລຢີໃໝ່ເພື່ອຍົກສູງສະມັດຕະພາບການແຮງງານ; ເລີ່ມຕົ້ນປ່ຽນແປງໃໝ່ປະດິດຄິດສ້າງຕິດພັນກັບເສດຖະກິດສີຂຽວ ແລະການພັດທະນາແບບຍືນຍົງ; ປັບຕົວແບບຍືນຍົງຕໍ່ໜ້າສິ່ງທ້າທາຍຂອງຍຸກແຫ່ງການປ່ຽນແປງຂອງໂລກ; ພັດທະນາພື້ນຖານວັດທະນະທຳ, ການສຶກສາໃນສັງກາດໃໝ່. ບັນດາຜູ້ແທນກໍ່ສະເໜີຮູບແບບການເຕີບໂຕຕິດພັນກັບການສ້າງໂຄງປະກອບເສດຖະກິດຄືນໃໝ່, ຊຸກຍູ້ການເຕີບໂຕຢ່າງໄວ ແລະຍືນຍົງ; ເສີມຂະຫຍາຍບົດບາດຂອງນັກປັນຍາຊົນໜຸ່ມ ໃນການກໍ່ສ້າງພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ.

leftcenterrightdel
ສະເໜີຕົວຄະນະບໍລິຫານງານເຄືອຂ່າຍນັກປັນຍາຊົນໜຸ່ມຫວຽດນາມທົ່ວໂລກ ອາຍຸການ 2025-2027. ພາບ: tienphong.vn

ກ່າວຄຳເຫັນທີ່ພິທີປິດ, ທ່ານ ຫງວຽນເຕື່ອງເລິມ, ເລຂາທິການສູນກາງຄະນະຊາວໜຸ່ມ, ປະທານສະຫະພັນຊາວໜຸ່ມຫວຽດນາມ ເນັ້ນໜັກວ່າ: ເວທີປາໄສນັກປັນຍາຊົນໜຸ່ມຫວຽດນາມທົ່ວໂລກ ຄັ້ງທີ 6 ບໍ່ພຽງແຕ່ເຕົ້າໂຮມສະຕິປັນຍາເທົ່ານັ້ນ, ຫາກຍັງເຕົ້າໂຮມນ້ຳໃຈຮັກຊາດ, ຄວາມຮັບຜິດຊອບ ແລະຄວາມມຸ່ງມາດປາດຖະໜາຢາກອຸທິດສ່ວນຂອງຊາວໜຸ່ມເປັນຊາວຫວຽດນາມ ໃນທົ່ວ 5 ທະວີບ. ທີ່ບັນດາວາລະປຶກສາຫາລື, ນັກປັນຍາຊົນໜຸ່ມໄດ້ແຜ່ຂະຫຍາຍຈິດໃຈພ້ອມແລ້ວທີ່ຈະກ້າຫານ, ທຸ່ມກາຍທຸ່ມໃຈ, ພ້ອມແລ້ວທີ່ຈະຮັບຜິດຊອບຕໍ່ກັບບັນຫາໃຫຍ່ຂອງປະເທດ.

ເວທີປາໄສນັກປັນຍາຊົນໜຸ່ມຫວຽດນາມ ທົ່ວໂລກ ຄັ້ງທີ 6 ປີ 2025 ໄດ້ສິ້ນສຸດ ແລະສະເໜີຕົວຄະນະບໍລິຫານງານເຄືອຂ່າຍນັກປັນຍາຊົນໜຸ່ມຫວຽດນາມ ທົ່ວໂລກ ອາຍຸການ 2025-2027.

ໂດຍ: ທູຈາງ