ກອງທັບລະດົມກຳລັງ, ພາຫະນະຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ
ກປ.ອອນໄລ - ວັນທີ 23 ກໍລະກົດ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ສົ່ງໂທລະເລກທາງການ ເລກທີ 4214/CĐ-TM ໃຫ້ກົມໃຫຍ່ພະລາທິການ-ເຕັກນິກ, ທະຫານເຂດ 4, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ, ທະຫານຊາຍແດນ, ແມ່ທັບນ້ອຍ 18 ກ່ຽວກັບການສຸມໃສ່ຮັບມືກັບສະພາບຝົນຕົກ, ນໍ້າຖ້ວມຢູ່ແຂວງເງະອານ; ຮຽກຮ້ອງໃຫ້ບັນດາກົມກອງ ຊາບຊຶມ, ຜັນຂະຫຍາຍປະຕິບັດໂທລະເລກທາງການຂອງນາຍົກລັດຖະມົນຕີ ແລະກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ກ່ຽວກັບການເປັນເຈົ້າການຮັບມືກັບພາຍຸ ລູກທີ 3 (Wipha), ຝົນຕົກໜັກຢູ່ເຂດພາກເໜືອ ແລະພາກກາງ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນຕໍ່ກໍລະນີໄພທໍາມະຊາດຢ່າງເຂັ້ມງວດ.
    |
 |
ເສັ້ນທາງເຊື່ອມຕໍ່ຕາແສງກອນກວງ ກັບຕາແສງໂມນເຊີນ (ແຂວງເງະອານ) ຖືກຖ້ວມເລິກ. ພາບ: qdnd.vn |
ບັນດາອົງການ, ກົມກອງຮັກສາລະບອບເວັນຍາມຢ່າງເຂັ້ມງວດ, ເປັນເຈົ້າການເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ກວດກາ, ປັບປຸງແຜນການ, ແຜນງານຮັບມື; ສົມທົບກັນຢ່າງແໜ້ນແຟ້ນ, ລະດົມກຳລັງ, ພາຫະນະເຂົ້າຮ່ວມການຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ; ຮັບປະກັນອຸປະກອນ, ເຄື່ອງໃຊ້ທີ່ຈຳເປັນໜູນຊ່ວຍປະຊາຊົນ; ຫຼັງຈາກຝົນຕົກ, ນໍ້າຖ້ວມ, ຊ່ວຍເຫຼືອປະຊາຊົນເຮັດອະນາໄມສິ່ງແວດລ້ອມ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິຢ່າງວ່ອງໄວ. ກວດກາຄືນແຜນການ, ຈັດຕັ້ງກຳລັງ, ພາຫະນະກຽມພ້ອມປະຕິບັດການບິນຊອກຫາກູ້ໄພກູ້ຊີບທາງການບິນຕາມຄໍາສັ່ງຂອງກະຊວງປ້ອງກັນປະເທດ. ເພີ່ມທະວີການຊີ້ນຳ, ຊຸກຍູ້ ແລະກວດກາບັນດາກົມກອງປະຕິບັດວຽກງານຮັບມືກັບຝົນຕົກ, ນໍ້າຖ້ວມ, ຮັບປະກັນຄວາມປອດໄພຂອງສາງ, ໂຮງງານ, ອາວຸດ, ອຸປະກອນເປັນຢ່າງດີ; ຮັບປະກັນພະລາທິການ, ເຕັກນິກຮັບໃຊ້ວຽກງານຮັບມືເປັນຢ່າງດີ; ເປັນເຈົ້າການສົມທົບ ແລະຂົນສົ່ງອຸປະກອນກູ້ໄພກູ້ຊີບຢ່າງທັນການ...
    |
 |
ພະນັກງານ, ນັກຮົບກອງບັນຊາການປ້ອງກັນເຂດ 3 - ກຸ່ຍເຈົາ ຊ່ວຍປະຊາຊົນຂົນສົ່ງ, ຍົກຍ້າຍຊັບສິນ. ພາບ: qdnd.vn |
*ໃນວັນດຽວກັນ, ໂດຍປະຕິບັດຕາມການຊີ້ນໍາຂອງການນໍາກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ກົມຈັດຕັ້ງ ໄດ້ສົ່ງໂທລະເລກທາງການເລກທີ 1990/CĐ-TC ໃຫ້ບັນດາອົງການ, ກົມກອງຂຶ້ນກັບກະຊວງປ້ອງກັນປະເທດ ກ່ຽວກັບການດໍາເນີນວຽກງານພັກ, ວຽກງານການເມືອງໃນການຮັບມືກັບສະພາບຝົນຕົກ, ນໍ້າຖ້ວມຢູ່ເຂດຕ່າງໆຂຶ້ນກັບແຂວງເງະອານ.
*ຢູ່ແຂວງແທັງຮວ໊າ, ກອງພົນໃຫຍ່ 12 ສົມທົບກັບທ້ອງຖິ່ນລະດົມກໍາລັງຈັດຕັ້ງການເຄື່ອນຍ້າຍປະຊາຊົນ 353 ຄອບຄົວ/ປະຊາຊົນ 1.138 ຄົນ ຢູ່ເຂດສ່ຽງໄພນໍ້າຖ້ວມ, ນໍ້າແກ້ງ, ດິນເຊາະເຈື່ອນໄປຢູ່ບ່ອນປອດໄພ; ດໍາເນີນການຄູນ, ເສີມສ້າງຄັນຄູກວ່າ 200 ແມັດ. ກອງບັນຊາການທະຫານແຂວງແທັງຮວ໊າ ໄດ້ລະດົມກໍາລັງພະນັກງານ, ນັກຮົບເກືອບ 1.500 ຄົນ, ທະຫານລາດ 3.800 ຄົນ ແລະພາຫະນະ 71 ຄັນ ເຂົ້າຮ່ວມຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸລູກທີ 3 ແລະຝົນຕົກ, ນໍ້າຖ້ວມພາຍຫຼັງພາຍຸ.
ໂດຍ: ເຈິ່ນຮວ່ຽນ