ບັນດາສະຫາຍ: ຫງວຽນຈ້ອງເຫງັຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ; ເລກວກມິງ, ກຳມະການສູນກາງພັກ, ຫົວໜ້າບັນນາທິການໜັງສືພິມເຍິນເຢິນ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ, ປະທານສະມາຄົມນັກຂ່າວຫວຽດນາມ; ຟ້າມເຕິດຖັ໊ງ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ; ເລຫາຍບິ່ງ, ກຳມະການສູນກາງພັກສຳຮອງ, ຮອງລັດຖະມົນຕີຜູ້ປະຈຳການກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ໄດ້ເຂົ້າຮ່ວມ. ເຂົ້າຮ່ວມຍັງມີບັນດາຜູ້ຕາງໜ້າການນຳທີ່ມາຈາກຫຼາຍຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ; ການນຳບັນດາອົງການສື່ມວນຊົນ, ສະມາຊິກສະມາຄົມນັກຂ່າວທຸກຂັ້ນ.

ຮ່ວມເດີນທາງກັບຊາດ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ

ງານບຸນໜັງສືພິມທົ່ວປະເທດ 2025 ມີຫຼາຍຈຸດໃໝ່ດ້ວຍການເຄື່ອນໄຫວວາງສະແດງ, ການວາງສະແດງດ້ວຍຂອບຂະໜາດທັນສະໄໝ, ພ້ອມດ້ວຍບັນດາລາຍການວັດທະນະທຳ-ສິລະປະອຸດົມສົມບູນ, ຈັບອົກຈັບໃຈ. ມີຮ້ານວາງສະແດງສື່ສິ່ງພິມຂອງສື່ມວນຊົນທີ່ມີເອກະລັກ, ດີເດັ່ນຂອງກວ່າ 124 ອົງການສື່ມວນຊົນຂັ້ນສູນກາງ ແລະສະມາຄົມນັກຂ່າວຫວຽດນາມ ທຸກຂັ້ນ 130 ຮ້ານ.

ກ່າວຄຳເຫັນທີ່ພິທີໄຂງານບຸນໜັງສືພິມທົ່ວປະເທດ 2025, ທ່ານ ເລກວກມິງ ໃຫ້ຮູ້ວ່າ ງານບຸນໜັງສືພິມທົ່ວປະເທດ, ກ່ອນໜ້ານີ້ໃສ່ຊື່ວ່າ ງານບຸນໜັງສືພິມລະດູບານໃໝ່, ແມ່ນມື້ບຸນໃຫຍ່ທີ່ໄດ້ຈັດຂຶ້ນໃນແຕ່ລະປີນັກຂ່າວໃນທົ່ວປະເທດລ້ວນແຕ່ຄອງຄອຍ. ນີ້ແມ່ນກາລະໂອກາດເພື່ອໃຫ້ສະມາຄົມນັກຂ່າວ, ອົງການສື່ມວນຊົນຂັ້ນສູນກາງ ແລະທ້ອງຖິ່ນໄດ້ເຕົ້າໂຮມ, ພ້ອມກັນຫວນຄືນມູນເຊື້ອອັນສະຫງ່າລາສີ, ຄວາມເອກອ້າງທະນົງໃຈຂອງສື່ມວນຊົນປະຕິວັດຫວຽດນາມ.

leftcenterrightdel
ບັນດາຜູ້ແທນປະຕິບັດພິທີໄຂງານບຸນໜັງສືພິມທົ່ວປະເທດ 2025. ພາບ: ຕ໊ວນຮຸຍ.

ທ່ານ ເລກວກມິງ ເນັ້ນໜັກວ່າ ຫົວຂໍ້ຂອງງານບຸນໜັງສືພິມທົ່ວປະເທດ 2025 ແມ່ນເຂັມທິດ ເພື່ອໃຫ້ນັກຂ່າວສືບຕໍ່ພາລະກິດອັນສູງສົ່ງຂອງຕົນໃນໄລຍະປະເທດບືນຕົວກ້າວເຂົ້າສູ່ສັງກາດໃໝ່. ທຸກປັດໄຈໃນຫົວຂໍ້ງານບຸນໜັງສືພິມທົ່ວປະເທດຄັ້ງນີ້ລ້ວນແຕ່ມຸ່ງໄປເຖິງເປົ້າໝາຍອັນສູງສົ່ງທີ່ສຸດ “ເພື່ອພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ”. ສື່ມວນຊົນຕ້ອງແມ່ນກຳລັງນຳໜ້າໃນການແຜ່ຂະຫຍາຍຄຸນຄ່າອັນດີງາມ, ປຸກລະດົມຈິດໃຈຮັກຊາດ, ຄວາມສາມັກຄີທົ່ວປວງຊົນທັງຊາດ, ປະກອບສ່ວນສ້າງກຳລັງແຮງສັງລວມ ເພື່ອໃຫ້ປະເທດຫວຽດນາມ ນັບມື້ນັບພັດທະນາຮຸ່ງເຮືອງສີວິໄລ ແລະປົກປັກຮັກສາເອກະລາດ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນຈ້ອງເຫງັຍ ເນັ້ນໜັກວ່າ: ງານບຸນໜັງສືພິມທົ່ວປະເທດ 2025 ມີຄວາມໝາຍພິເສດ, ໄດ້ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ, ຄົບຮອບໜຶ່ງສະຕະວັດນັບແຕ່ໜັງສືພິມປະຕິວັດສະບັບທຳອິດຂອງຫວຽດນາມ-ໜັງສືພິມແທັງນຽນ, ໂດຍຜູ້ນຳ ຫງວຽນອ໊າຍກວກ ເປັນຜູ້ກໍ່ຕັ້ງ, ສື່ມວນຊົນປະຕິວັດຫວຽດນາມ ໄດ້ຜ່ານປະຫວັດສາດຕິດພັນກັບພາລະກິດອັນສັກສິດ: ຮ່ວມເດີນທາງກັບຊາດ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ.

ສະຫາຍຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ຊີ້ນຳ: ເພື່ອໃຫ້ສື່ມວນຊົນປະຕິວັດເຮັດສຳເລັດຄວາມຮັບຜິດຊອບຕໍ່ກັບປະເທດຊາດ, ຕໍ່ກັບປະຊາຊົນເປັນຢ່າງດີ, ແຕ່ລະອົງການສື່ມວນຊົນ, ນັກຂ່າວແຕ່ລະຄົນຕ້ອງຮ່ຳຮຽນ, ຮັກສາ ແລະເສີມຂະຫຍາຍຄຸນທາດການເມືອງ, ຕັດສິນໃຈປ່ຽນແປງໃໝ່ຢ່າງແຂງແຮງກວ່າ; ເພີ່ມທະວີການໝູນໃຊ້ເຕັກໂນໂລຢີ, ໂດຍສະເພາະແມ່ນການຫັນປ່ຽນດີຈີຕອນ, ສື່ມວນຊົນຕ້ອງເຮັດບົດບາດຕີລາຄາສັງຄົມ, ປົກປ້ອງພື້ນຖານແນວຄິດຂອງພັກ, ຊຸກຍູ້ຄວາມສາມັກຄີ, ສ້າງຄວາມເປັນເອກະພາບ, ປຸກລຸກຈິດໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ສ້າງແຫຼ່ງບັນດານໃຈ ແລະຄວາມຄາດຫວັງຢາກອຸທິດຕົນຢ່າງເລິກເຊິ່ງເຖິງຖອງ, ປະກອບສ່ວນນຳປະເທດກ້າວເຂົ້າສູ່ສັງກາດໃໝ່, ສັງກາດທີ່ມີຄວາມຮັ່ງມີເຂັ້ມແຂງ, ສິວິໄລ, ວັດທະນາຖາວອນ, ບືນຕົວຂຶ້ນຂອງຊາດ.

ງານບຸນໜັງສືພິມທົ່ວປະເທດ 2025 ຈະດຳເນີນໄປຈົນຮອດວັນທີ 21 ມິຖຸນາ, ເປີດປະຕູທຸກໆມື້ນັບແຕ່ເວລາ 8 ໂມງ ຈົນຮອດ 18 ໂມງ ເພື່ອໃຫ້ມວນຊົນມາຢ້ຽມຊົມ ແລະເຂົ້າຮ່ວມການເຄື່ອນໄຫວກິດຈະກຳຕ່າງໆ.

ສື່ມວນຊົນຕ້ອງຫັນຕົວເອງເພື່ອຕອບສະໜອງຄວາມຕ້ອງການຂອງມວນຊົນ

ຕອນບ່າຍວັນດຽວກັນ, ເວທີປາໄສສື່ມວນຊົນທົ່ວປະເທດ ຄັ້ງທີ II ໄດ້ໄຂຂຶ້ນ. ທ່ານ ເລກວກມິງ ໄດ້ມີບົດກ່າວປາໄສສຳຄັນດ້ວຍຫົວຂໍ້ “ສື່ມວນຊົນຫວຽດນາມ: ສິ່ງທ້າທາຍ ແລະກາລະໂອກາດ, ກຽມພ້ອມໃຫ້ສັງກາດໃໝ່”. ການບັນລະຍາຍໄດ້ວາດພາບລວມກ່ຽວກັບຄວາມຫຍຸ້ງຍາກ ແລະຄວາມສາມາດບົ່ມຊ້ອນຂອງສື່ມວນຊົນໃນສະພາບການປະຈຸບັນ. ຄັດສະເໜີບົດລາຍງານການຄົ້ນຄວ້າສື່ມວນຊົນໃໝ່ຫຼ້າສຸດຂອງສະຖາບັນ Reuters, ພ້ອມດຽວກັນນັ້ນທ່ານ ເລກວກມິງ ກໍ່ໃຫ້ຮູ້ວ່າ ລະບົບນິເວດການສື່ສານແທນທີ່ໂດຍ YouTuber, TikToker ແລະ podcaster ພວມນໍາໜ້າໃນການສ້າງສິ່ງທ້າທາຍຕໍ່ກັບອົງການສື່ມວນຊົນທາງການ. ວິສາຫະກິດຕັດຄ່າຈ່າຍໂຄສະນາລົງ ແລະຫັນມານຳໃຊ້ພື້ນຖານດີຈີຕອນທີ່ມີຄວາມສາມາດ ເພື່ອແນໃສ່ເປົ້າໝາຍທີ່ມີຄວາມຖືກຕ້ອງຊັດເຈນກວ່າ. Google, Meta ແລະ Amazon ພວມຄວບຄຸມປະມານ 60% ຍອດລາຍຮັບໂຄສະນາເຕັກນິກດີຈີຕອນທົ່ວໂລກ, ໃນຂະນະນັ້ນສື່ມວນຊົນໄດ້ຮັບ 5% ໃນຈຳນວນດັ່ງກ່າວ.

leftcenterrightdel
ທ່ານ ຫງວຽນຈ້ອງເຫງັຍ ແລະຜູ້ແທນຢ້ຽມຊົມຮ້ານວາງສະແດງຂອງກຸ່ມສື່ມວນຊົນກອງທັບ. ພາບ: ຕ໊ວນຮຸຍ.

ເຖິງຢ່າງໃດກໍ່ຕາມ, ສິ່ງທ້າທາຍຍາມໃດກໍ່ໄປນຳກາລະໂອກາດ. ທ່ານ ເລກວກມິງ ກໍ່ຍົກອອກທິດເດີນ ແລະກາລະໂອກາດເພື່ອໃຫ້ສື່ມວນຊົນພັດທະນາແບບຍືນຍົງ. ຕາມນັ້ນແລ້ວ, ສື່ມວນຊົນຄວນສຸມໃສ່ເນື້ອໃນທີ່ມີຄຸນນະພາບ ແລະຄຸນຄ່າຫຼັກແຫຼ່ງ, ໃນສະພາບການ AI ສ້າງເນື້ອໃນອອກຫຼາຍ, ຄຸນນະພາບຈະແມ່ນປັດໄຈຫຼັກແຫຼ່ງ.

ກ່ຽວກັບບັນຫາແຫຼ່ງລາຍຮັບຂອງສື່ມວນຊົນ, ທ່ານ ເລກວກມິງ ເນັ້ນໜັກວ່າ ສື່ມວນຊົນບໍ່ພຽງແຕ່ອີງໃສ່ການໂຄສະນາແຕ່ຢ່າງດຽວ, ຫາກຍັງຕ້ອງຂະຫຍາຍໄປສູ່ແຫຼ່ງລາຍຮັບອື່ນ, ຄືເກັບຄ່າທຳນຽມຈາກຜູ້ອ່ານ, ກໍ່ສ້າງເຄື່ອງໝາຍການຄ້າສື່ມວນຊົນ, ເຂົ້າຮ່ວມຕະຫຼາດສື່ສານນະໂຍບາຍ ແລະຊ້ຳບໍ່ໜຳແມ່ນກຳນົດຄຸນຄ່າຂອງໜັງສືພິມສະບັບເຈ້ຍຄືນໃໝ່. ຕ້ອງຜະລິດໜັງສືພິມສະບັບເຈ້ຍຄືດັ່ງສື່ສິ່ງພິມທີ່ມີຄຸນນະພາບສູງ, ມີຄວາມດຸ່ນດ່ຽງໃນການປ່ຽນແປງໃໝ່ດີຈີຕອນ ດ້ວຍຄຸນຄ່າມູນເຊື້ອເພື່ອຮັກສາຄວາມສະໜິດຕິດພັນຂອງຜູ້ອ່ານ ແລະເພີ່ມຄຸນຄ່າຂອງເຄື່ອງໝາຍການຄ້າ.

ກຸ່ມສື່ມວນຊົນກອງທັບສ້າງຄວາມປະທັບໃຈຢ່າງເລິກເຊິ່ງ

ກໍ່ໃນຕອນບ່າຍວັນທີ 19 ມິຖຸນາ, ໃນຂອບເຂດງານບຸນໜັງສືພິມທົ່ວປະເທດ 2025, ທີ່ຮ້ານວາງສະແດງກຸ່ມສື່ມວນຊົນກອງທັບ ໄດ້ດຳເນີນຫຼາຍກິດຈະກຳເຄື່ອນໄຫວຢ່າງຟົດຟື້ນ ແລະຈັບອົກຈັບໃຈ. ພິເສດ, ເຂົ້າຮ່ວມງານບຸນໜັງສືພິມທົ່ວປະເທດ 2025, ຮ້ານວາງສະແດງກຸ່ມສື່ມວນຊົນຂອງກອງທັບ ໄດ້ໂຄສະນາເຜີຍແຜ່ຜົນງານ, ການສ້າງສາ ແລະພັດທະນາຂອງສື່ມວນຊົນກອງທັບ, ຜ່ານນັ້ນໂຄສະນາເຜີຍແຜ່ປະຫວັດສາດ, ມູນເຊື້ອ 80 ປີແຫ່ງການສ້າງສາ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນຫວຽດນາມ; ເຊີດຊູການປະກອບສ່ວນ, ອຸທິດຕົນຂອງນັກຂ່າວກອງທັບ ແລະສື່ມວນຊົນປະຕິວັດຫວຽດນາມ ໃນຕະຫຼອດ 100 ປີຜ່ານມາ.

ສານທີ່ມີຊື່ວ່າ “ສື່ມວນຊົນກອງທັບ ຈົ່ງຮັກພັກດີ, ປ່ຽນແປງໃໝ່, ປະດິດຄິດສ້າງ, ເພື່ອຜົນປະໂຫຍດຂອງປະເທດ ແລະປະຊາຊົນ” ແລະຮູບພາບສື່ມວນຊົນກອງທັບ ໄດ້ນຳສະເໜີຜ່ານສື່ສິ່ງພິມທີ່ໄດ້ນຳມາວາງສະແດງ: ໜັງສືພິມ, ວາລະສານໃນກອງທັບ; ກະຈາຍສຽງ-ໂທລະພາບ; ຮູບເງົາ.

ໜຶ່ງໃນບັນດາການເຄື່ອນໄຫວພົ້ນເດັ່ນຂອງກຸ່ມສື່ມວນຊົນກອງທັບທີ່ງານບຸນໜັງສືພິມທົ່ວປະເທດ 2025 ແມ່ນການເຄື່ອນໄຫວມອບປຶ້ມ, ໜັງສືພິມໃຫ້ແກ່ເພື່ອນຜູ້ອ່ານຂອງໜັງສືພິມກອງທັບປະຊາຊົນ. ປຶ້ມທີ່ໄດ້ມອບໃນໂອກາດນີ້ແມ່ນເວົ້າເຖິງ: “ບັນດາແບບຢ່າງທີ່ລຽບງ່າຍແຕ່ສູງສົ່ງ”, “ປົກປ້ອງພື້ນຖານແນວຄິດຂອງພັກໃນສະພາບການໃໝ່”, “ປະເທດລັດເຊຍ ໃນດວງໃຈຂອງຂ້າພະເຈົ້າ”, ປຶ້ມຮູບງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024”...

ໂດຍ: ແສງເດືອນ