leftcenterrightdel
ພິທີເຊັນບົດບັນທຶກວ່າດ້ວຍການຕົກລົງຮ່ວມມືໄລຍະ 2025 – 2030. ພາບ: nhandan.vn

ຕອນບ່າຍວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ນະຄອນຮ່າໂນ້ຍ ແລະບໍລິສັດໃຫຍ່ການບິນຫວຽດນາມ (Vietnam Airlines) ໄດ້ເຊັນບົດບັນທຶກວ່າດ້ວຍການຕົກລົງຮ່ວມມືໄລຍະ 2025 – 2030 ເພື່ອແນໃສ່ເພີ່ມທະວີການສົມທົບກັນ, ການຮ່ວມມືລະຫວ່າງສອງຝ່າຍ, ມຸ່ງໄປເຖິງເປົ້າໝາຍພັດທະນາບັນດາຂົງເຂດລົງທຶນ, ການຄ້າ, ການທ່ອງທ່ຽວ ແລະການບິນ, ປະກອບສ່ວນແຜ່ຂະຫຍາຍພາບພົດການທ່ອງທ່ຽວຂອງນະຄອນໃນໄລຍະຈະມາເຖິງ.

ບົດບັນທຶກວ່າດ້ວຍການຕົກລົງຮ່ວມມືລວມມີ 5 ເນື້ອໃນຈຸດສຸມ: ເຜີຍແຜ່ໂຄສະນາການທ່ອງທ່ຽວກັບບັນດາການເຄື່ອນໄຫວຍູ້ແຮງການໂຄສະນາພາບພົດຂອງນະຄອນຮ່າໂນ້ຍ ແລະ Vietnam Airlines, ສົ່ງເສີມການລົງທຶນ, ການຄ້າ ແລະພັດທະນາຜະລິດຕະພັນການທ່ອງທ່ຽວ; ຈັດຕັ້ງເຫດການວັດທະນະທຳປະຈຳປີ, ສົມທົບກັນສ້າງ, ຈັດຕັ້ງເຫດການລະດັບສາກົນ, ໜູນຊ່ວຍໂຄງການປະຕິບັດງານຂອງການນຳ ແລະພະນັກງານນະຄອນຮ່າໂນ້ຍ ນຳໃຊ້ພາຫະນະການບິນ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ