leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ກ່າວຄຳເຫັນທີ່ເວທີປາໄສ. ພາບ: vov.vn

ວາລະໄຂເວທີປາໄສເສດຖະກິດສາກົນ Saint Petersburg ຄັ້ງທີ 28 ດ້ວຍຫົວຂໍ້ “ບັນດາຄຸນຄ່າລວມ: ພື້ນຖານຂອງການເຕີບໂຕໃນໂລກຫຼາຍຂົ້ວ” ໄດ້ດຳເນີນໃນວັນທີ 19 ມິຖຸນາ, ຢູ່ນະຄອນ Saint Petersburg (ລັດເຊຍ), ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກກວ່າ 140 ປະເທດ. ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ.

ກ່າວຄຳເຫັນດ້ວຍຖານະແມ່ນໜຶ່ງໃນບັນດານັກປາຖະກະຖາຫຼັກຂອງວາລະໄຂ, ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ຕີລາຄາສູງຂໍ້ລິເລີ່ມ “ຄູ່ຮ່ວມມືມະຫາອາຊີ-ເອີລົບ” ຂອງທ່ານປະທານາທິບໍດີ Vladimir Putin, ທ່ານຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເສີມຂະຫຍາຍບົດບາດແມ່ນຂົວເຊື່ອມຕໍ່ຊຸກຍູ້ການຮ່ວມມືລະຫວ່າງສະຫະພັນເສດຖະກິດ ອາຊີ-ເອີລົບ ກັບອາຊຽນ.

ແບ່ງປັນກ່ຽວກັບບັນດາບັນຫາຮ້ອນເຮັ່ງໃນປັດຈຸບັນ, ທ່ານຮອງນາຍົກລັດຖະມົນຕີ ຍົກໃຫ້ເຫັນຢ່າງຈະແຈ້ງເຖິງຫຼັກໝັ້ນ ແລະທັດສະນະຂອງຫວຽດນາມ. ຕາມນັ້ນແລ້ວ, ກ່ຽວກັບນະໂຍບາຍພາສີອາກອນຂອງບັນດາປະເທດ, ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກເຖິງທັດສະນະຂອງພັກ, ລັດ, ລັດຖະບານຫວຽດນາມ ແມ່ນເປັນເຈົ້າການ, ທຸ່ນທ່ຽງໃຈ, ຕີລາຄາສະພາບການຢ່າງລະອຽດ ແລະປັບປຸງຢ່າງມີໄຫວພິບ. ໄປຄຽງຄູ່ກັນນັ້ນ, ເພື່ອຮັບມືກັບສະພາບແວດລ້ອມທາງການຄ້າທົ່ວໂລກທີ່ມີການປ່ຽນແປງ, ຫວຽດນາມ ກໍ່ພວມຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດລວມມີການຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ຜັນຂະຫຍາຍບັນດາມາດຕະການໜູນຊ່ວຍວິສາຫະກິດ ແລະສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ