ໃນລະຫວ່າງວັນທີ 17 – 19 ມິຖຸນາ, ທີ່ສຳນັກງານ ສປຊ ຢູ່ ນິວຢອກ (ອາເມລິກາ), ໄດ້ດຳເນີນກອງປະຊຸມປະຈຳປີຂອງສະພາບໍລິຫານງານອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະມອບສິດໃຫ້ແກ່ແມ່ຍິງ (UN Women) ເພື່ອພິຈາລະນາ, ປຶກສາຫາລືບົດລາຍງານປະຈຳປີ, ການປະຕິບັດແຜນການຍຸດທະສາດໄລຍະ 2022 - 2025 ແລະຮ່າງແຜນການຍຸດທະສາດໄລຍະ 2026 – 2029 ຂອງ UN Women.

leftcenterrightdel
ກອງປະຊຸມປະຈຳປີຂອງສະພາບໍລິຫານງານອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະມອບສິດໃຫ້ແກ່ແມ່ຍິງ (UN Women). ພາບ: VOV

ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ ຜູ້ຕາງໜ້າຫວຽດນາມ ໃນຖານະເປັນສະມາຊິກຂອງສະພາບໍລິຫານງານ UN Women ໄດ້ຍົກອອກຂໍ້ສະເໜີຈຳນວນໜຶ່ງທີ່ກ່ຽວຂ້ອງເຖິງບຸລິມະສິດກ່ຽວກັບການຮັດແຄບໄລຍະຫ່າງດ້ານດີຈີຕອນ, ເພີ່ມທະວີບົດບາດນຳພາຂອງແມ່ຍິງໃນພື້ນຖານເສດຖະກິດດີຈີຕອນ ແລະການຄຸ້ມຄອງປັນຍາປະດິດ, ລະດົມແຫຼ່ງການເງິນແບບຍືນຍົງໃຫ້ ບັນດາໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ, ເໝາະສົມກັບການໃຫ້ບຸລິມະສິດ ແລະ ເງື່ອນໄຂຂອງແຕ່ລະປະເທດ, ຊຸກຍູ້ການນຳພາ ແລະ ການເຂົ້າຮ່ວມຢ່າງແທ້ຈິງຂອງແມ່ຍິງໃນທຸກຂົງເຂດ.

ໂດຍ: ກວຽດເຕິມ