ພິທີມອບຮັບພະໄຕປິດກໍບາລີ ສາກົນ: ເຊີດຊູມໍລະດົກສາສະໜາພຸດ, ເຮັດແໜ້ນນ້ຳໃຈມິດຕະພາບ ຫວຽດນາມ-ໄທ
ຕາມທ່ານ Surathat Thajasuro, ທີ່ປຶກສາກອງທຶນພະໄຕປິດກໍບາລີສາກົນ ແລ້ວ, ໄທ ແລະຫວຽດນາມ ໄດ້ແບ່ງປັນບັນດາມໍລະດົກວັດທະນະທຳລວມ ແລະຕ່າງກໍ່ມີຈິດໃຈຮັກຫອມສັນຕິພາບ.
    |
 |
ພິທີມອບຮັບພະໄຕປິດກໍບາລີ ສາກົນ. ພາບ: vov.vn |
ວັນທີ 20 ເມສາ, ຢູ່ວັດຮຶງແທັງ, ແຂວງນະຄອນພະນົມ (ໄທ), ໄດ້ດຳເນີນພິທີມອບຮັບພະໄຕປິດກໍບາລີສາກົນ ສະບັບອອກປີ 2025 ໂດຍພະບໍລົມວົງສານຸວົງໄທ ຮຽບຮຽງໃຫ້ແກ່ສາສະໜາພູດນິກາຍຫີຣະຍານແຫ່ງປະເທດໄທ, ກະກຽມການມອບໃຫ້ລັດຫວຽດນາມ ຢ່າງເປັນທາງການ.
ຕາມທ່ານ Surathat Thajasuro, ທີ່ປຶກສາກອງທຶນພະໄຕປິດກໍບາລີ ສາກົນແລ້ວ, ໄທ ແລະຫວຽດນາມ ໄດ້ແບ່ງປັນບັນດາມໍລະດົກວັດທະນະທຳລວມ ແລະຕ່າງກໍ່ມີຈິດໃຈຮັກຫອມສັນຕິພາບ. ດ່ັງນັ້ນ, ພະໄຕປິດກໍບາລີ ນີ້ຈະມີສັນຍາລັກຢ່າງເຂັ້ມແຂງຂອງນ້ຳໃຈມິດຕະພາບ, ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະກັນກ່ຽວກັບຄຳສັ່ງສອນຂອງພະພຸດທະເຈົ້າ, ນຳມາເຊິ່ງສັນຕິພາບ ແລະຄວາມວັດທະນາຖາວອນແບບຍືນຍົງສຳລັບຫວຽດນາມ ແລະໄທ ກໍ່ຄືເຊີດຊູບັນດາຄູນຄ່າຝ່າຍຕາເວັນອອກ.
ເລື່ອງຫັນພະໄຕປິດກໍບາລີເປັນດີຈີຕອນ, ດ້ວຍວັດຖຸອຸປະກອນປັນຍາປະດິດນຳໃຊ້ໃນການອ່ານຄຳພີຄັ້ງທຳອິດໃນໂລກຈະໄດ້ແນະນຳຢູ່ໃນວັນບຸນວິສາຂະບູຊາ Vesak ສປຊ ເຊິ່ງຫວຽດນາມ ເປັນເຈົ້າພາບຈັດຂຶ້ນໃນເດືອນມິຖຸນາ ທີ່ຈະມາເຖິງ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ