ເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະ “ປະເທດເຕັມໄປດ້ວຍຄວາມສຸກ”
ກປ.ອອນໄລ - ຕອນຄໍ່າວັນທີ 20 ເມສາ, ທີ່ຫ້ອງປະຊຸມໃຫຍ່ ທົ໊ງເຍິດ (ເຂດປູຊະນີສະຍະຖານລະດັບຊາດພິເສດ ທໍານຽບເອກະລາດ) ໄດ້ດໍາເນີນລາຍການສະແດງສິລະປະ “ປະເທດ ເຕັມໄປດ້ວຍຄວາມສຸກ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ ຄົບຮອບ 50 ປີ (30-4-1975 / 30-4-2025). ທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ ເຂົ້າຮ່ວມລາຍການ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະ “ປະເທດ ເຕັມໄປດ້ວຍຄວາມສຸກ”. ພາບ: qdnd.vn |
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມລາຍການ. ພາບ: qdnd.vn |
ລາຍການສະແດງສິລະປະ “ປະເທດ ເຕັມໄປດ້ວຍຄວາມສຸກ” ລວມມີສາມພາກ: “ຄວາມມຸ່ງຫວັງຢາກມີເອກະພາບ”, “ຄວາມມຸ່ງຫວັງບືນຕົວຂຶ້ນ” ແລະ “ຄວາມມຸ່ງຫວັງປະເທດເຂັ້ມແຂງແຮງກ້າ”; ໄດ້ກໍ່ສ້າງໂດຍມີລັກສະນະກອນລໍາປະຫວັດສາດ, ລວມມີປະເພດຕ່າງໆ, ຄື: ຮ້ອງເພງ, ຟ້ອນ, ປະສານດົນຕີ... ລາຍການມີການເຂົ້າຮ່ວມສະແດງຂອງນັກສິລະປິນ, ນັກຮ້ອງຊື່ດັ່ງ, ຄື: ນັກສິລະປິນປະຊາຊົນ ແທັງຖຸ໊ຍ, ນັກສິລະປິນປະຊາຊົນ ຕື້ລອງ, ນັກສິລະປິນປະຊາຊົນ ຖຸ່ຍລິງ, ນັກຮ້ອງ ຕຸ່ງເຢືອງ, ເກິ້ມເວິນ... ພ້ອມດ້ວຍນັກຮ້ອງ, ນັກສິລະປິນທີ່ມາຈາກກອງສິລະປະກອນທະຫານເຂດ, ເຫຼົ່າທັບ, ທະຫານຊາຍແດນ, ໂຮງລະຄອນກອງທັບ, ມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ, ກອງກຽດຕິຍົດກອງທັບ 1.000 ກວ່າຄົນ...
    |
 |
ລາຍການສະແດງສິລະປະຈໍານວນໜຶ່ງ. ພາບ: qdnd.vn |
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ມອບຊໍ່ດອກໄມ້ໃຫ້ນັກສິລະປິນ, ນັກສະແດງເຂົ້າຮ່ວມລາຍການ. ພາບ: qdnd.vn |
ລາຍການ ໄດ້ນໍາເອົາບັນດາບົດເພງທີ່ໂດດເດັ່ນມາໃຫ້ຜູ້ແທນ ແລະຜູ້ຊົມ, ຄື: ປະເທດ, ທໍານອງເພງປະເທດ, ພາກໃຕ້ຮູ້ບຸນຄຸນເພິ່ນຕະຫຼອດໄປ, ບົດເພງແຫ່ງຄວາມຫວັງ, ບົດເພງທີ່ລື່ມບໍ່ໄດ້, ນັກຮົບຜູ້ນັ້ນ, ຍອມເສຍສະຫຼະຊີວິດເພື່ອປະຊາຊົນ, ປະເທດ ເຕັມໄປດ້ວຍຄວາມສຸກ, ລະດູບານໃໝ່ໃນນະຄອນໂຮ່ຈີມິນ... ດ້ວຍເນື້ອເພງທີ່ມີເນື້ອໃນເລິກເຊິ່ງ, ລາຍການ ໄດ້ຍ້ອງຍໍສັນລະເສີນນໍ້າໃຈຮັກແພງບ້ານເກີດເມືອງນອນ, ປະເທດ, ຍ້ອງຍໍສັນລະເສີນພັກກອມມູນິດຫວຽດນາມ, ສະແດງໃຫ້ເຫັນຮູບພາບທະຫານລຸງໂຮ່ ອັນສູງສົ່ງ. ນອກຈາກນີ້, ລາຍການຍັງເອົາມາໃຫ້ຜູ້ຊົມທໍານອງເພງທີ່ເອກອ້າງທະນົງໃຈ, ທໍານອງເພງຂອງປະເທດແຫ່ງສັນຕິພາບ ແລະປ່ຽນແປງໃໝ່, ທໍານອງເພງທີ່ນໍາເອົາຄວາມໃຝ່ຝັນຂອງທົ່ວຊົນຊາດກ້າວເຂົ້າສູ່ສັງກາດບືນຕົວຂຶ້ນ.
ໂດຍ: ໄຊຊະນະ