ໄຂບັນດາເຫດການ “ສີສັນນະຄອນໃສ່ຊື່ປະທານ ໂຮ່ຈີມິນ”
ງານບຸນ “ສີສັນນະຄອນໃສ່ຊື່ປະທານ ໂຮ່ຈີມິນ” ແມ່ນໂອກາດເພື່ອໃຫ້ປະຊາຂົນນະຄອນ ແລະ ທົ່ວປະເທດ ເຊີດຊູຄຸນຄ່າເອກະລາດ, ເສລີພາບ.
    |
 |
ງານສະແດງສິລະປະ “ຄວາມຊົງຈຳປະໄວ້ໃຫ້”. ພາບ: TTXVN |
ຕອນຄ່ຳວັນທີ 19 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ຈັດການເຄື່ອນໄຫວວັດທະນະທຳ, ກິລາຫຼາຍຢ່າງ ດ້ວຍຫົວຂໍ້ “ສີສັນນະຄອນໃສ່ຊື່ປະທານ ໂຮ່ຈີມິນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025). ງານບຸນ “ສີສັນນະຄອນໃສ່ຊື່ປະທານ ໂຮ່ຈີມິນ” ແມ່ນໂອກາດເພື່ອໃຫ້ປະຊາຂົນນະຄອນ ແລະທົ່ວປະເທດ ເຊີດຊູຄຸນຄ່າເອກະລາດ, ເສລີພາບ, ສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ນະຄອນໂຮ່ຈີມິນ ແນະນຳເຖິງເພື່ອນມິດຢູ່ພາຍໃນ ແລະຕ່າງປະເທດ ກ່ຽວກັບເຂດຕົວເມືອງຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ເຕັມໄປດ້ວຍສີສັນ, ແມ່ນແຫ່ງເຕົ້າໂຮມຈິດໃຈຂອງຊາດ ແລະຄວາມຄາດຫວັງອະນາຄົດ.
ຕອນຄ່ຳວັນທີ 19 ເມາສາ, ຢູ່ແຂວງ ໄຕນິງ, ກະຊວງຕຳຫຼວດ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ໄຕນິງ ໄດ້ຈັດງານສະແດງສິລະປະ “ຄວາມຊົງຈຳປະໄວ້ໃຫ້”. ລາຍການແມ່ນການສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງສຳລັບຕຳຫຼວດປະຊາຊົນຫຼາຍລຸ້ນຄົນ ທີ່ໄດ້ເສຍສະຫຼະຊີວິດເພື່ອສັນຕິພາບຂອງປະເທດຂາດ, ປຸກລຸກຄວາມເອກອ້າງທະນົງໃຈຂອງຊາດ, ເຊື່ອມຕໍ່ລະຫວ່າງປະຫວັດສາດກັບປະຈຸບັນ, ມຸ່ງໄປເຖິງອະນາຄົດ.
ເນື່ອງໃນໂອກາດນີ້, ໂຮງພິມຈຳໜ່າຍການເມືອງແຫ່ງຊາດຄວາມຈິງ ຫາກໍ່ພິມຈຳໜ່າຍປຶ້ມ “ນະຄອນ ໂຮ່ຈີມິນ - ຈຸດເວລາ 0 ຊົ່ວໂມງ - ບັນດາສາລະຄະດີກ່ຽວກັບການສິ້ນສຸດສົງຄາມ 30 ປີ”.
ແຫຼ່ງຄັດຈາກ: vovworld.vn