ບັນດາບາດກ້າວພັດທະນາຢ່າງແຂງແຮງ
ນັກຂ່າວ: ຮຽນທ່ານ ປອ ຫງວຽນຮົ່ງກວນ, ປີ 1975, ປະເທດ ໄດ້ຮັບການທ້ອນໂຮມເປັນເອກະພາບ ແຕ່ພື້ນຖານເສດຖະກິດຫວຽດນາມ ຍັງປະສົບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນຖືກສົງຄາມທໍາລາຍຢ່າງໜັກໜ່ວງ. ທ່ານ ສາມາດເວົ້າໂດຍສັງເຂບກ່ຽວກັບຮູບພາບລວມເສດຖະກິດຂອງປະເທດ ໃນໄລຍະນັ້ນ?
ປອ ຫງວຽນຮົ່ງກວນ: ວັນທີ 30 ເມສາ 1975, ປະເທດຫວຽດນາມ ກ້າວສູ່ໄລຍະໃໝ່, ໄລຍະປະເທດຫວຽດນາມ ເປັນເອກະພາບ, ກໍ່ສ້າງສັງຄົມນິຍົມ, ເມື່ອນັ້ນ, GDP ສະເລ່ຍຕໍ່ຫົວຄົນບັນລຸ 232 ດົ່ງ, ເມື່ອແລກປ່ຽນແມ່ນປະມານ 80 ໂດລາສະຫະລັດ; ຂະໜາດ GDP ເມື່ອແລກປ່ຽນແມ່ນບັນລຸປະມານກວ່າ 3,7 ຕື້ໂດລາສະຫະລັດ.
ໃນຄາວນັ້ນ, ຫວຽດນາມ ຫາກໍ່ຜ່ານການຕໍ່ຕ້ານທີ່ຍືດເຍື້ອຍາວນານ 2 ຄັ້ງ, ລູກລະເບີດໄດ້ທໍາລາຍຖື້ນຖານເສດຖະກິດ-ສັງຄົມອັນສໍາຄັນຫຼາຍແຫ່ງ. ໂດຍເລີ່ມຈາກຈຸດເລີ່ມຕົ້ນຕໍ່າ, ກໍາລັງຄວາມສາມາດບົ່ມຊ້ອນດ້ານເສດຖະກິດຕໍ່າ, ບັນດາອິດທິກໍາລັງປໍລະປັກ ທີ່ຢູ່ພາຍໃນ ແລະຕ່າງປະເທດ ຕ້ານ ແລະທໍາລາຍຢ່າງຕໍ່ເນື່ອງເພື່ອມ້າງຜານພື້ນຖານເສດຖະກິດທີ່ອ່ອນນ້ອຍຂອງປະເທດຫວຽດນາມ. ຍ້ອນແນວນັ້ນ, ໃນຕະຫຼອດໄລຍະຫຼັງຈາກນັ້ນ, ເສດຖະກິດຫວຽດນາມ ປະສົບຄວາມຫຍຸ້ງຍາກທີ່ສຸດ, ການເຕີບໂຕຕໍ່າ, ອັດຕາເງິນເຟີ້ເພີ່ມຂຶ້ນສູງ.
ນັກຂ່າວ: ຫຼັງຈາກນັ້ນ, ປະເທດຫວຽດນາມ ມີຄວາມກ້າຫານປ່ຽນແປງໃໝ່ ແລະບັນລຸໄດ້ຜົນສໍາເລັດ, ບາດກ້າວເດີນທີ່ຍາວໄກ, ຂໍຮຽນທ່ານ?
ປອ ຫງວຽນຮົ່ງກວນ: ພາຍຫຼັງ 11 ປີແຫ່ງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະກໍ່ສ້າງປະເທດຄືນໃໝ່ເທື່ອລະກ້າວ, ຫວຽດນາມ ໄດ້ຊອກເຫັນເສັ້ນທາງເພື່ອພັດທະນາ, ສ້າງສາປະເທດຊາດ. ນັ້ນແມ່ນເສັ້ນທາງປ່ຽນແປງໃໝ່, ດ້ວຍບັນດາແນວຄິດສໍາຄັນທີ່ໄດ້ກໍານົດທີ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ. ອາດເວົ້າໄດ້ວ່າ ກອງປະຊຸມໃຫຍ່ຄັ້ງທີ VI ໄດ້ເປີດໄລຍະໃໝ່ໃຫ້ແກ່ປະເທດຫວຽດນາມ - ໄລຍະແຫ່ງການປ່ຽນແປງໃໝ່.
ຍ້ອນມີຄວາມຢຶດໝັ້ນຕໍ່ການປຽນແປງໃໝ່, ເບິ່ງຕົງໃສ່ຈຸດອ່ອນ, ຫວຽດນາມ ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ. ບໍ່ພຽງແຕ່ຮັກສາໄດ້ໝາກຜົນການປະຕິວັດ, ບໍ່ພຽງແຕ່ບໍ່ແຕກຫັກກັນເທົ່ານັ້ນ, ປະເທດຫວຽດນາມ ຍັງພັດທະນາເສດຖະກິດ-ສັງຄົມຢ່າງໝັ້ນຄົງ, ເຊື່ອມໂຍງເຂົ້າກັບສາກົນ ຢ່າງເລິກເຊິ່ງກວ້າງຂວາງ.
ສິ້ນສຸດປີ 2024, GDP ສະເລ່ຍຕໍ່ຫົວຄົນຂອງຫວຽດນາມ ບັນລຸ 4.700 ໂດລາສະຫະລັດ (ທົບ 58,75 ເທົ່າຂອງປີ 1975), ຂະໜາດ GDP ບັນລຸ 476,3 ຕື້ໂດລາສະຫະລັດ (ທົບ 128,73 ເທົ່າໃນປີ 1975). ຂະໜາດ GDP ຂອງຫວຽດນາມ ຂຶ້ນເປັນອັນດັບທີ 33 ໃນໂລກ, ນໍາຫວຽດນາມ ລອດເຂົ້າໃນທອັບ 15 ພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ອາຊີ, 4 ພື້ນຖານເສດຖະກິດແຖວໜ້າອາຊີຕາເວັນອອກສ່ຽງໃຕ້.
ຫວຽດນາມ ພວມນັບມື້ນັບພັດທະນາ, ກາຍເປັນປະເທດທັນສະໄໝ, ຂະ ຫຍັນຂັນເຄື່ອນ, ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມ ສາກົນ.
ກຽມພ້ອມຈິດໃຈກ້າວເຂົ້າສູ່ສັງກາດໃໝ່
ນັກຂ່າວ: ປີ 2025, ເປັນປີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ, ຫວຽດນາມ ກໍ່ຕ້ອງປະຕິບັດໃຫ້ສໍາເລັດເປົ້າໝາຍລື່ນກາຍລະດັບລາຍຮັບປານກາງຕໍ່າ. ທ່ານ ຕີລາຄາຄືແນວໃດກ່ຽວກັບໂອກາດຂອງຫວຽດນາມ ໃນປີນີ້?
ປອ ຫງວຽນຮົ່ງກວນ: ພວກເຮົາ ໄດ້ກະກຽມກ້າວເຂົ້າສູ່ສັງກາດໃໝ່ຂອງປະເທດ ໃນສະພາບການໂລກມີການປ່ຽນແປງຢ່າງກະທັນຫັນຫຼາຍຢ່າງ. ເສດຖະກິດໂລກ ຖືກທ້າທາຍຢ່າງຕໍ່ເນື່ອງ ຍ້ອນວິກິດການ, ໂລກລະບາດ, ການປະທະກັນດ້ານການທະຫານ, ຄວາມເຄັ່ງຕຶງດ້ານການຄ້າ ແລະຄວາມສ່ຽງອາດຈະເກີດສົງຄາມການຄ້າ ທີ່ພວມມີຢູ່. ເຖິງຢ່າງໃດກໍຕາມ, ປະຫວັດສາດ ໄດ້ພິສູດໃຫ້ເຫັນວ່າ, ຄົນຫວຽດນາມ ຍາມໃດກໍອົງອາດກ້າແກ່ນ ແລະຍາມໃດກໍຊອກຫາໂອກາດເພື່ອຜ່ານຜ່າ, ເພື່ອພັດທະນາ ເມື່ອປະສົບຄວາມຫຍຸ້ງຍາກ. ຍ້ອນແນວນັ້ນ, ຂ້າພະເຈົ້າ ຈຶ່ງມີຄວາມເຊື່ອໝັ້ນວ່າ ພວກເຮົາ ຍັງຈະປະຕິບັດໄດ້ບັນດາເປົ້າໝາຍພັດທະນາ ທີ່ໄດ້ວາງອອກ.
    |
 |
ລະບົບຕ່ອງໂສ້ການຜະລິດຢູ່ໂຮງງານທີ່ຂຶ້ນກັບບໍລິສັດຫຸ້ນສ່ວນກຸ່ມບໍລິສັດຕຽນເຊີນ ແທັງຮວ໊າ. ພາບ: ຟ້າມຮຶງ. |
ຖ້າ ພວກເຮົາ ຮັກສາລະດັບການພັດທະນາໄດ້ຄືປີກາຍ, ຂະໜາດ GDP ຂອງຫວຽດນາມ ປີ 2025 ຈະລື່ນກາຍລະດັບ 500 ຕື້ໂດລາສະຫະລັດ, GDP ສະເລ່ຍຕໍ່ຫົວຄົນ ຈະລື່ນກາຍລະດັບ 5.000 ໂດລາສະຫະລັດ. ໃນຊຸມປີມໍ່ໆມານີ້, ອັດຕາສ່ວນລວມຍອດລາຍໄດ້ແຫ່ງຊາດ ແລະລວມຍອດຜະລິດຕະພັນພາຍໃນ (GNI/GDP) ຢູ່ໃນລະດັບສູງພໍສົມຄວນ, ແຕ່ 95% ເຖິງ 98 %. ສະນັ້ນ, GNI ສະເລ່ຍຕໍ່ຫົວຄົນຂອງຫວຽດນາມໃນປີ 2025 ແມ່ນອາດຈະປະຕິບັດສໍາເລັດເປົ້າໝາຍລື່ນກາຍລະດັບລາຍຮັບສະເລ່ຍປານກາງຕ່ຳ, ກ້າວເຂົ້າສູ່ກຸ່ມບັນດາປະເທດ ທີ່ມີລາຍຮັບສະເລ່ຍປານກາງສູງ.
ນັກຂ່າວ: ທ່ານ ຫາກໍ່ກ່າວເຖິງຄວາມຫຍຸ້ງຍາກຕ່າງໆ ທີ່ຫວຽດນາມ ພວມປະເຊີນໜ້າ. ຈາກທັດສະນະຂອງຊ່ຽວຊານ, ທ່ານ ຕີລາຄາຄືແນວໃດກ່ຽວກັບຄວາມສາມາດຂອງຫວຽດນາມ ທີ່ຈະຜ່ານຜ່າອຸປະສັກຕ່າງໆ ໃນຕໍ່ໜ້າ?
ປອ ຫງວຽນຮົ່ງກວນ: ກ່ອນອື່ນໝົດ, ພາຍໃນພື້ນຖານເສດຖະກິດຂອງຫວຽດນາມ ຍັງມີຫຼາຍບັນຫາທີ່ຕ້ອງແກ້ໄຂຢ່າງເຖິງຖອງ ເພື່ອຈະລະດົມກໍາລັງການຜະລິດໄດ້ທັງໝົດ, ຂຸດຄົ້ນໄດ້ທຸກຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງປະເທດ, ຂອງແຕ່ລະພາກສ່ວນເສດຖະກິດ, ພິເສດແມ່ນພາກສ່ວນເສດຖະກິດເອກະຊົນ. ກ່ຽວກັບສິ່ງນີ້, ໃນໄລຍະຜ່ານມາ ການນໍາພັກ, ລັດ ຍາມໃດກໍມີການກະທໍາຢ່າງຂ້ຽວຂາດ. ສໍາລັບສິ່ງທີ່ພວກເຮົາ ໄດ້ ແລະພວມເຫັນກັບຕາ, ຄືເລື່ອງຍູ້ແຮງການປະຕິຮູບການບໍລິຫານ, ລະບຽບການບໍລິຫານ, ຫຼຸດຜ່ອນພາສີອາກອນ/ຄ່າທໍານຽມ, ສັບຊ້ອນກົງຈັກຄືນໃໝ່, ໂຮມຫົວໜ່ວຍບໍລິຫານເຂົ້າກັນ, ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ, ສ້າງບັນດາຮາກຖານຂໍ້ມູນໃຫຍ່..., ແນ່ນອນວ່າ ຫວຽດນາມຈະແກ້ໄຂໄດ້ບັນດາບັນຫາທີ່ກີດຂວາງການພັດທະນາຢ່າງແຂງແຮງໃນຫຼາຍປີຜ່ານມາ.
ສ່ວນສໍາລັບສະພາບການໂລກ, ພົ້ນເດັ່ນຂຶ້ນໃນໄລຍະມໍ່ໆມານີ້ ແມ່ນນະໂຍບາຍພາສີຂອງອາເມລິກາ. ຫວຽດນາມ ບໍ່ເລືອກການສູ້ຢັນກັບອາເມລິກາ, ແຕ່ຈະເລືອກເອົາການເຈລະຈາ ເພື່ອກ້າວໄປສູ່ຄວາມເປັນເອກະພາບລວມ ເພື່ອຜົນປະໂຫຍດທີ່ກົມກຽວ, ຊອບທໍາຂອງທັງສອງປະເທດ, ຂອງປະຊາຊົນ ແລະວິສາຫະກິດສອງປະເທດ.
ດ້ວຍເຈດຕະນາດີຈາກທັງສອງຝ່າຍ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ຫວຽດນາມ ແລະອາເມລິກາ ຈະຊອກໄດ້ທັດສະນະລວມ ແລະຈະມີລະດັບພາສີທີ່ສອດຄ່ອງກັບຜົນປະໂຫຍດຂອງທັງສອງປະເທດ, ວິສາຫະກິດ ແລະປະຊາຊົນແຕ່ລະປະເທດ.
ແນ່ນອນວ່າ ພວກເຮົາ ຍັງມີສັນຍາການຄ້າເສລີອີກຫຼາຍສະບັບ. ເພາະສະນັ້ນ, ຂ້າພະເຈົ້າ ຈຶ່ງເຊື່ອໝັ້ນວ່າ ຫວຽດນາມ ສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຕໍ່ໜ້າ ເພື່ອກ້າວເຂົ້າສູ່ສັງກາດໃໝ່ຢ່າງໝັ້ນຄົງ, ພາຍຫຼັງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ ຄົບຮອບ 50 ປີ.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ໄຊຊະນະ