ທ່ານພົນໂທ ຈິ້ງວັນກວຽດ ເປັນປະທານການກວດກາຄັ້ງສຸດທ້າຍລາຍການສະແດງສິລະປະ “ປະເທດ ເຕັມໄປດ້ວຍຄວາມສຸກ”
ກປ.ອອນໄລ - ຕອນຄໍ່າວັນທີ 19 ເມສາ, ທີ່ສະໂມສອນໃຫຍ່ ທົ໊ງເຍິດ (ທໍານຽບເອກະລາດ), ນະຄອນ ໂຮ່ຈີມິນ, ທ່ານພົນໂທ ຈິ້ງວັນກວຽດ, ເລຂາທິການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເປັນປະທານພິທີກວດກາຄັ້ງສຸດທ້າຍລາຍການສະແດງສິລະປະ “ປະເທດ ເຕັມໄປດ້ວຍຄວາມສຸກ” ໂດຍ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຈັດຕັ້ງ, ມຸ່ງໄປເຖິງການສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ (30-4-1975 / 30-4-2025) ຄົບຮອບ 50 ປີ.
    |
 |
ທ່ານພົນໂທ ຈິ້ງວັນກວຽດ ຊີ້ນໍາການຖອດຖອນບົດຮຽນກັບກໍາລັງສົມທົບກັນປະຕິບັດລາຍການສະແດງສິລະປະ “ປະເທດ ເຕັມໄປດ້ວຍຄວາມສຸກ”. ພາບ: ບ້າວເງິນ. |
ພາຍຫຼັງກວດກາລາຍການສະແດງ, ວຽກງານກະກຽມໃຫ້ແກ່ລາຍການຂອງບັນດາກໍາລັງທີ່ການກວດກາຄັ້ງສຸດທ້າຍ, ທ່ານພົນໂທ ຈິ້ງວັນກວຽດ ຕີລາຄາວຽກງານກະກຽມໃຫ້ແກ່ລາຍການສະແດງສິລະປະຢ່າງເປັນທາງການທີ່ຈັດຂຶ້ນໃນຕອນຄໍ່າວັນທີ 20 ເມສາ ໄດ້ດໍາເນີນຢ່າງຮອບຄອບຖີ່ຖ້ວນ, ຄົບຖ້ວນໃນທຸກດ້ານ; ພ້ອມທັງຍ້ອງຍໍຊົມເຊີຍພະນັກງານ, ນັກຮົບ, ນັກສິລະປິນ, ນັກຮ້ອງ, ນັກສະແດງ, ພ້ອມບັນດາອົງການ, ກົມກອງ ໄດ້ເສີມຂະຫຍາຍຄວາມຮັບຜິດຊອບ, ຕັ້ງໜ້າ, ເປັນເຈົ້າການດໍາເນີນວຽກງານກະກຽມ, ປະກອບສ່ວນນໍາເອົາໝາກຜົນອັນດີງາມ ແລະຜົນສໍາເລັດມາໃຫ້ການກວດກາຄັ້ງສຸດທ້າຍ.
    |
 |
ທ່ານພົນໂທ ຈິ້ງວັນກວຽດ ຊີ້ນໍາທີ່ການກວດກາຄັ້ງສຸດທ້າຍ. ພາບ: ບ້າວເງິນ. |
ສະຫາຍຫົວໜ້າກົມໃຫຍ່ການເມືອງ ຮຽກຮ້ອງໃຫ້ບັນດາກົມກອງ ທີ່ເຮັດວຽກງານຈັດຕັ້ງ, ຜູ້ກໍາກັບການສະແດງ, ນັກສິລະປິນສືບຕໍ່ມານະພະຍາຍາມໃຫ້ຫຼາຍກວ່ານີ້ອີກ, ຮັບເອົາຄໍາເຫັນປະກອບກ່ຽວກັບເສື້ອຜ້າອາພອນ, ສຽງ, ແສງ, ສາກສະແດງລະຄອນຂອງລາຍການ ເພື່ອດັດປັບໃຫ້ທັນການ, ຊ່ວຍໃຫ້ລາຍການມີຄຸນນະພາບ, ສ່ອງແສງໃຫ້ເຫັນການເສຍສະຫຼະອັນໃຫຍ່ຫຼວງຂອງທົ່ວຊົນຊາດໃນການຕໍ່ສູ້ຕ້ານຈັກກະພັດອາເມລິກາ ກູ້ຊາດ, ຄວາມໝາຍຂອງມະຫາໄຊລະດູບານໃໝ່ ປີ 1975, ຜົນງານປ່ຽນແປງໃໝ່, ພັດທະນາຂອງກອງທັບ, ຂອງປະເທດ. ທ່ານພົນໂທ ຈິ້ງວັນກວຽດ ສະເໜີບັນດາກໍາລັງສົມທົບກັນເສີມຂະຫຍາຍຄວາມຮັບຜິດຊອບ, ຄວາມເອກອ້າງທະນົງໃຈ ເພື່ອໃຫ້ລາຍການດໍາເນີນປະສົບຜົນສໍາເລັດ, ສ້າງຄວາມປະທັບໃຈອັນດີງາມມາໃຫ້ບັນດາສະຫາຍການນໍາພັກ, ລັດ, ພີ່ນ້ອງຮ່ວມຊາດ ແລະນັກຮົບທົ່ວປະເທດ.
    |
 |
ນັກສິລະປິນ ສະແດງສາກສະແດງລະຄອນທີ່ພິທີກວດກາຄັ້ງສຸດທ້າຍ. ພາບ: ບ້າວເງິນ. |
ລາຍການສະແດງສິລະປະ “ປະເທດ ເຕັມໄປດ້ວຍຄວາມສຸກ” ຈະຈັດຂຶ້ນໃນຕອນຄໍ່າຂອງວັນທີ 20 ເມສາ, ທີ່ເດີ່ນໜ້າສະໂມສອນໃຫຍ່ ທົ໊ງເຍິດ, ໄດ້ຮັບການຖ່າຍທອດສົດໃນຊ່ອງ VTV1, ສະຖານີໂທລະພາບຫວຽດນາມ.
ໂດຍ: ໄຊຊະນະ