leftcenterrightdel
ຜູ້ແທນປະຕິບັດພິທີໄຂ Festival  ເຝີ ປີ 2025. ພາບ: vov.vn

ໃນໂອກາດນີ້ບັນດາວິສາຫະກິດ, ເຄື່ອງໝາຍອາຫານການກິນພ້ອມກັນເຂົ້າຮ່ວມລາຍການສະແດງ, ຊຸກຍູ້ການໂຄສະນາພາບພົດ, ເຄື່ອງໝາຍການຄ້າໃນຂອບເຂດ Festival  ເຝີ ປີ 2025 ໂດຍເຕົ້າໂຮມ 50 ຮ້ານເຝີ ລວມມີ: ເຝີ ຮ່າໂນ້ຍ, ເຝີ ນາມດິ້ງ, ເຝີ ເຂດພູສູງໄຕບັກ, ເຝີ 3 ພາກ ແລະເຝີເຊື່ອມໂຍງ. ທ່ານນາງ ເລທິທຽດ, ປະທານສະຫະສະມາຄົມ ວັດທະນະທຳອາຫານການກິນແຂວງ ນາມດິ້ງ ໃຫ້ຮູ້ວ່າ: “ສານຂອງ Festival ເຝີປີນີ້ແມ່ນ “ສິ່ງຍອດຍິ່ງເຝີຫວຽດນາມ - ມໍລະດົກໃນສັງກາດດີຈີຕອນ” ເພາະວ່າ ພວກເຮົາ ພວມມີບັນດາບາດກ້າວເດີນ ເພື່ອສົ່ງອອກອຸດສາຫະກຳວັດທະນະທຳ, ໃນນັ້ນມີວັດທະນະທຳອາຫານການກິນ ແລະສັງກາດດີຈີຕອນ ເພື່ອເຊື່ອມໂຍງເຂົ້າກັບສາກົນ. ນີ້ແມ່ນຈຸດທີ່ແຕກຕ່າງເມື່ອທຽບໃສ່ປີກາຍ”

Festival ເຝີປີນີ້ແມ່ນ “ສິ່ງຍອດຍິ່ງເຝີຫວຽດນາມ - ມໍລະດົກໃນສັງກາດດີຈີຕອນ”, ລາຍການບໍ່ພຽງແຕ່ປະກອບສ່ວນເຊີດຊູວັດທະນະທຳອາຫານການກິນຂອງຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນຂົວເຊື່ອມຕໍ່ວິສາຫະກິດ, ໝູ່ບ້ານຫັດຖະກຳ, ເຄື່ອງໝາຍການຄ້າ ເພື່ອໂຄສະນາສິ່ງຍອດຍິ່ງອາຫານການກິນຫວຽດນາມ ມາເຖິງປະຊາຊົນນະຄອນຫລວງ, ນັກທ່ອງທ່ຽວພາຍໃນ ແລະເພື່ອນມິດສາກົນ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ