ທີ່ການຕ້ອນຮັບ, ທ່ານ ຫວູຮົ່ງແທັງ ຢືນຢັນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອາເມລິກາ ມີທີ່ຕັ້ງສຳຄັນທີ່ສຸດໃນການພັດທະນາເສດຖະກິດ - ສັງຄົມ, ການລົງທຶນ - ການຄ້າ, ວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ.
ທ່ານ ຫວູຮົ່ງແທັງ ໃຫ້ຮູ້ວ່າ ປະຈຸບັນ ຫວຽດນາມ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງຍ້ອນການຜັນແປທີ່ສັບສົນ ແລະຍາກທີ່ຈະຄາດຄະເນໄດ້ຈາກສະພາບການໂລກ, ອາດຈະສົ່ງຜົນກະທົບເຖິງພື້ນຖານເສດຖະກິດພາຍໃນປະເທດ, ສ້າງຄວາມກົດດັນຢ່າງໃຫຍ່ຫຼວງໃຫ້ບັນດາວິສາຫະກິດຫວຽດນາມ ກໍຄື ວິສາຫະກິດ FDI ຢູ່ ຫວຽດນາມ. ໃນສະພາບການນັ້ນ, ຫວຽດນາມ ປາດຖະໜາຢາກສືບຕໍ່ຮັກສາການພົວພັນຮ່ວມມືຢ່າງເປັນປົກກະຕິ ກັບອາເມລິກາ ແລະພວມມານະພະຍາຍາມເປັນເຈົ້າການຮັບມືກັບການປ່ຽນແປງດ້ານນະໂຍບາຍ ເພື່ອປົກປັກຮັກສາພື້ນຖານເສດຖະກິດພາຍໃນ ແລະຮັກສາທ່າພັດທະນາເສດຖະກິດແບບຍືນຍົງ.
    |
 |
ທ່ານ ຫວູຮົ່ງແທັງ ຮອງປະທານສະພາແຫ່ງຊາດຫວຽດນາມ ກັບທ່ານ Ted Osius ປະທານ ທັງເປັນຜູ້ອໍານວຍການໃຫຍ່ USABC. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານຮອງປະທານສະພາແຫ່ງຊາດ ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະຕິດຕາມບັນດາບັນຫາທີ່ກ່ຽວຂ້ອງເຖິງສະພາບແວດລ້ອມແຫ່ງການລົງທຶນ ແລະດຳເນີນທຸລະກິດ; ພັດທະນາເສດຖະກິດ, ສ້າງບັນດານະໂຍບາຍໜູນຊ່ວຍວິສາຫະກິດ, ພິເສດແມ່ນວິສາຫະກິດຕ່າງປະເທດ, ໃນນັ້ນມີບັນດານັກລົງທຶນຈາກອາເມລິກາ.
ທ່ານ ຫວູຮົ່ງແທັງ ຢືນຢັນວ່າ ສະພາແຫ່ງຊາດ ແລະບັນດາອົງການຂອງສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະຮັບຟັງ ແລະຮ່ວມເດີນທາງພ້ອມກັບ USABC ແລະ ປະຊາຄົມວິສາຫະກິດອາເມລິກາ ເພື່ອແນໃສ່ແກ້ໄຂຂໍ້ຕິດຂັດ, ຄວາມຫຍຸ້ງຍາກດ້ານລະບອບລະບຽບການ, ນະໂຍບາຍ, ກົດໝາຍ, ສ້າງເງື່ອນໄຂສະດວກໃຫ້ການລົງທຶນ ແລະດຳເນີນທຸລະກິດຂອງວິສາຫະກິດອາເມລິກາ ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານ Ted Osius ແລະຜູ້ຕາງໜ້າບັນດາວິສາຫະກິດອາເມລິກາ ສະແດງຄວາມປະທັບໃຈຕໍ່ຜົນງານພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ, ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຂອງຫວຽດນາມ ໃນຊຸມປີມໍ່ໆມານີ້. ບັນດາວິສາຫະກິດອາເມລິກາ ປາດຖະໜາ ແລະພ້ອມແລ້ວທີ່ຈະລົງທຶນ, ເປີດກວ້າງການລົງທຶນຢູ່ ຫວຽດນາມ ໃນຂົງເຂດຫັນເປັນສີຂຽວ, ເຕັກໂນໂລຢີ, ນະວັດຕະກຳ, ເສດຖະກິດດີຈີຕອນ, AI, ການຄ້າເອເລັກໂຕນິກ, ການພັດທະນາແບບຍືນຍົງ...
ຜູ້ຕາງໜ້າບັນດາວິສາຫະກິດອາເມລິກາ ຫວັງວ່າ ສະພາແຫ່ງຊາດ ແລະລັດຖະບານຫວຽດນາມ ຈະສືບຕໍ່ປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ໜູນຊ່ວຍ ແລະສ້າງເງື່ອນໄຂສະດວກກວ່າໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີ ວິສາຫະກິດອາເມລິກາ.
ໂດຍ: ທູຈາງ