ຍົກສູງກຳລັງຄວາມສາມາດດີຈີຕອນ, ໝູນໃຊ້ປັນຍາປະດິດໃນຂົງເຂດສາທາລະນະ
ປັນຍາປະດິດເວົ້າລວມ ແລະການໝູນໃຊ້ເຕັກໂນໂລຢີດີຈີຕອນເວົ້າສະເພາະໃນຂົງເຂດສາທາລະນະຢູ່ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ, ເພື່ອໃຫ້ພວກເຮົາສືບຕໍ່ຄົ້ນຫາ ແລະໝູນໃຊ້...
ຕອນບ່າຍວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ອົງການ ສປຊ ເພື່ອການພັດທະນາ (UNDP) ຢູ່ຫວຽດນາມ ແລະສະຖາບັນຄົ້ນຄວ້ານະໂຍບາຍ ແລະການພັດທະນາສື່ມວນຊົນ (IPS) ໄດ້ຈັດການໂອ້ລົມສົນທະນາດ້ວຍຫົວເລື່ອງ “ຕີລາຄາສະພາບການລວມປັນຍາປະດິດໃນຂົງເຂດສາທາລະນະຢູ່ ຫວຽດນາມ”.
    |
 |
ຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ. ພາບ: nhandan.vn |
ເມື່ອປຶກສາຫາລືໃນການໂອ້ລົມສົນທະນາ, ບັນດານັກຊ່ຽວຊານໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງຂໍ້ມູນ ແລະພື້ນຖານໂຄງລ່າງໃນການໝູນໃຊ້ປັນຍາປະດິດ (AI) ຢ່າງມີປະສິດທິຜົນ. ທ່ານ ຫງວຽນກວາງດົ່ງ ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍ ແລະພັດທະນາສື່ມວນຊົນ (IPS) ຢັ້ງຢືນວ່າ: “ປັນຍາປະດິດເວົ້າລວມ ແລະການໝູນໃຊ້ເຕັກໂນໂລຢີດີຈີຕອນເວົ້າສະເພາະໃນຂົງເຂດສາທາລະນະຢູ່ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ, ເພື່ອໃຫ້ພວກເຮົາ ສືບຕໍ່ຄົ້ນຫາ ແລະໝູນໃຊ້. ພິເສດຢູ່ 3 ແງ່ມູມ: ທີໜຶ່ງແມ່ນບັນດາເຕັກໂນໂລຢີທີ່ສາມາດໜູນຊ່ວຍການນຳບັນດາອົງການສຳນັກງານແຫ່ງລັດ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນວຽກງານບໍລິຫານປະຈຳວັນ, ອອກຂໍ້ຕົກລົງ. ທີສອງແມ່ນໜູນຊ່ວຍລັດຖະກອນໂດຍກົງປະຕິບັດບັນດາວຽກງານປະຈຳວັນເພື່ອຫຼຸດຜ່ອນເວລາ ແລະ ຂັ້ນຕອນປະຕິບັດງານ. ທີສາມແມ່ນໜູນຊ່ວຍ, ຍົກສູງຄຸນນະພາບການບໍລິການສາທາລະນະຮັບໃຊ້ວິສາຫະກິດ, ຮັບໃຊ້ປະຊາຊົນ”.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ