ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະສັນສືບຕໍ່ພັດທະນາການພົວພັນຮ່ວມມື, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂອງການເຄື່ອນໄຫວກວດສອບພາກລັດ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະຈີນ, ສຸມໃສ່ເພີ່ມທະວີການແລກປ່ຽນຄະນະປະຕິບັດງານຢູ່ຂັ້ນການນໍາ ແລະວິຊາສະເພາະກວ່າອີກ; ຍູ້ແຮງການແບ່ງປັນບົດຮຽນຜ່ານກອງປະຊຸມສໍາມະນາ, ການໂອ້ລົມສົນທະນາ, ພິເສດແມ່ນກ່ຽວກັບການກວດສອບເຕັກໂນໂລຢີຂໍ້ມູນຂ່າວສານ, ສິ່ງແວດລ້ອມ ແລະປ້ອງກັນ, ຕ້ານການສໍ້ລາດບັງຫຼວງ; ສືບຕໍ່ລາຍການບໍາລຸງກໍ່ສ້າງ, ທຶນການສຶກສາ ແລະບັນດາຊຸດຮຽນໄລຍະສັ້ນ; ພິຈາລະນາສົມທົບການກວດສອບໄປພ້ອມໆກັນ ຫຼື ກວດສອບຮ່ວມກ່ຽວກັບການພັດທະນາແບບຍືນຍົງ; ພ້ອມທັງເພີ່ມທະວີການຮ່ວມມືໃນຂອບເຂດຈັດຕັ້ງບັນດາອົງການກວດສອບສູງສຸດອາຊີ (ASOSAI) ແລະບັນດາເວທີປາໄສກວດສອບສາກົນ.

leftcenterrightdel
ພິທີລົງນາມເອກະສານຮ່ວມມືສອງຝ່າຍລະຫວ່າງສອງອົງການກວດສອບແຫ່ງລັດ ຫວຽດນາມ-ຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ພາຍຫຼັງການພົບປະ, ປະທານອົງການກວດສອບແຫ່ງລັດສອງປະເທດ ໄດ້ເຊັນບົດບັນທຶກຊ່ວຍຈໍາການຮ່ວມມືຄັ້ງທີສີ່, ສືບຕໍ່ສ້າງພື້ນຖານໜັກແໜ້ນໃຫ້ແກ່ການເປີດກວ້າງ ແລະຍົກລະດັບການຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ. ບົດບັນທຶກຊ່ວຍຈໍານີ້ຈະຊຸກຍູ້ການແລກປ່ຽນບົດຮຽນ, ສົມທົບກັບການຄົ້ນຄວ້າ ແລະຈັດຕັ້ງບັນດາລາຍການບຳລຸງສ້າງວິຊາສະເພາະເພື່ອແນໃສ່ຍົກສູງກຳລັງຄວາມສາມາດໃນການກວດສອບ.

ສືບຕໍ່ພິທີເຊັນບົດບັນທຶກຊ່ວຍຈໍາ, ກວດສອບແຫ່ງລັດຫວຽດນາມ ແລະຈີນ ໄດ້ເປັນປະທານຮ່ວມຈັດຕັ້ງກອງປະຊຸມສໍາມະນາ ຄັ້ງທີ 7 ດ້ວຍຫົວຂໍ້ “ຫັນປ່ຽນດີຈີຕອນໃນການເຄື່ອນໄຫວກວດສອບ ແລະກວດສອບຫົວເລື່ອງສະເພາະ”. ທີ່ກອງປະຊຸມສໍາມະນາ, ຜູ້ແທນສອງຝ່າຍໄດ້ແລກປ່ຽນບົດຮຽນ ແລະພຶດຕິກໍາຕົວຈິງທີ່ໝູນໃຊ້ການຫັນປ່ຽນດີຈີຕອນເຂົ້າໃນການກວດສອບ.

ປິດກອງປະຊຸມສໍາມະນາ, ສອງຝ່າຍໄດ້ເນັ້ນໜັກວ່າ ບົດບັນທຶກຊ່ວຍຈໍາການຮ່ວມມືໃໝ່ບໍ່ພຽງແຕ່ແມ່ນເສົາຄໍ້າສໍາຄັນເທົ່ານັ້ນ, ຫາກຍັງແມ່ນຈຸດເລີ່ມຕົ້ນຂອງໄລຍະຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງກວ່າ, ມຸ່ງໄປເຖິງການພັດທະນາແບບຍືນຍົງ ແລະມີປະສິດທິຜົນໃນຂົງເຂດກວດສອບພາກລັດ.

ໂດຍ: ໄຊນີດາ